ວັນຈັນ:ການງານ ຈະເຮັດສິ່ງໃດໃນຊ່ວງນີ້ຈະປະສົບຄວາມສຳເລັດດີ ທັງໃນເລື່ອງທຸລະກິດ ການເງີນ ການລົງທຶນຕ່າງໆ ການເງິນ ໂຊກດີຈະໄດ້ເງິນ ແມ່ນຈະໄດ້ມາ ກໍຈະຕ້ອງຈ່າຍອອກໄປ ແຕ່ກໍຈະໄດ້ເຂົ້າມາຢ່າງຕໍ່ເນື່ອງ ຄວາມຮັກ ຍັງຍຶດໝັ່ນກັບໃຜບາງຄົົນທີ່ທ່ານຮູ້ສຶກຄິດຮອດຢູ່ ແຕ່ເວລາຍັງບໍ່ມີໃຫ້ກັນປານໃດ ເພາະມີບາງສິ່ງບາງຢ່າງທີ່ຕ້ອງໄປຈັດການນັ້ນເອງ
ວັນຄານ:ການງານ ຈະເຮັດສິ່ງໃດກໍມີແຕ່ຄວາມກ້າວໜ້າ ເພາະຄວາມພະຍາຍາມ ແລະປະສົບການຈະນຳພາຕົນເອງໄປສູ່ຄວາມສຳເລັດ ການເງິນ ເຂົ້າສູ່ຊ່ວງປະຢັດໄດ້ແລ້ວ ແຕ່ເໝືອນມີສິ່ງຂອງທີ່ຢາກຈະຊື້ເຂົ້າມາເພິ່ມເຕິມ ຊຶ່ງກໍຄວນເບິ່ງຄວາມເໝາະສົມ ຄວາມຮັກ ແມ່ນຈະມີຄວາມສຸກດີ ແຕ່ກໍບໍ່ທັງໝົດ ເພາະສະຖານນະການຄວາມຮັກໃນຊ່ວງນີ້ມີທັງສຸກ ແລະທຸກປະປົນກັນໄປ
ວັນພຸດ:ການງານ ວາງແຜນທາງດ້ານການງານເພື່ອສ້າງຄວາມຫມັ້ນຄົງ ແລະຄວາມກ້າວໜ້າ ປັບປ່ຽນວິທີການຕ່າງໆ ເພື່ອໃຫ້ລະບົບເຂົ້າຮູບເຂົ້າຮອຍຫລາຍຂຶ້ນ ການເງິນ ເຮັດບັນຊີຮັບຈ່າຍເພື່ອເບິ່ງການຮັບ ຈ່າຍເງີນ ແລ້ວຈະເຮັດໃຫ້ຮູ້ວ່າຈ່າຍສິ່ງໃດອອກໄປດ້ວຍ ຫລືສົມຄວນທີ່ຈະຈ່າຍຫລືບໍ່ ຄວາມຮັກ ຖ້າຈະໄດ້ພົບໃຜໃນຊ່ວງນີ້ທີ່ຈະມີເຂົ້າມາ ທ່ານເປັນຄົນຜິວຂາວ ແຕ່ໄລຍະທາງຍັງເປັນອຸປະສັກ
ວັນພະຫັດ:ການງານ ຜູ້ທີ່ມີຕຳແໜ່ງຢູ່ ມີໂອກາດໄດ້ຮັບຂ່າວດີ ຫລືມີຄວາມເປັນອິດສະຫລະຫລາຍຂຶ້ນ ຫລືໄດ້ເຮັດວຽກຕາມຄວາມສາມາດ ກົງກັບຄວາມຖະຫນັດຂອງຕົວເອງ
ການເງິນ ຈະໄດ້ຈາກປະສົບການ ແລະຄວາມສາມາດຂອງທ່ານ ແຕ່ກໍມີພາລະທີ່ຕ້ອງຈ່າຍອອກໄປ ຄວາມຮັກ ຄິດຮອດໃຜບາງຄົົນທີ່ເຈົ້າຊະຕາປາດຖະຫນາຢູ່ ແຕ່ອີກໃຈໜຶ່ງກໍຢາກຈະໃຊ້ຊີວິດອິດສະຫລະ ເພາະຢ້ານເປັນຄືທີ່ຜ່ານໆ ມາ
ວັນສຸກ:ການງານ ຊ່ວງນີ້ທຸລະກິດການງານທີ່ກ່ຽວຂ້ອງກັບສິນລະປະຄວາມສວຍງາມ ດ້ານອາຫານ ດ້ານວົງການບັນເທີງຈະເກີດອຸປະສັກໃນຊ່ວງທໍາອິດໆ ໃນການເລີ່ມຕົ້ນກ່ອນ ແຕ່ຫຼັງຈາກນັ້ນເມື່ອມີຄວາມອົດທົນ ແລະຄວາມຕັ້ງໃຈຈິງກໍຈະເຮັດໃຫ້ປະສົບຄວາມສຳເລັດໄດ້ ການເງິນ ມີທັງຮັບທັງຈ່າຍໃນຊ່ວງນີ້ ເປັນຊ່ວງເວລາຂອງການ ໝຸນເງິນໄປໃຫ້ໄດ້ ຄວນເຮັດບັນຊີລາຍຮັບຈ່າຍ ແລະໃຊ້ຈ່າຍຢ່າງສຸຂຸມຮອບຄອບ ຄວາມຮັກ ໂດດເດັ່ນຖ້າຈະພົບເຈີໃຜທີ່ຈະເຂົ້າມາໃນຊ່ວງນີ້ ເປັນຄົນຜິວຂາວ ເປັນຄົນເກັ່ງ ມີຄວາມສາມາດ ແລະເຂົ້າໃຈຈິດໃຈເຈົ້າຊະຕາໄດ້ເປັນຢ່າງດີ
ວັນເສົາ:ການງານ ເຮັດຕາມລະບົບທີ່ເຈົ້າຊະຕາວາງແຜນໄວ້ ເພາະຈະນຳພາໂອກາດ ຫລືຄວາມສຳເລັດມາສູ່ຕົນເອງໄດ້ ແຕ່ກໍຕ້ອງພົບອຸປະສັກເປັນທຳມະດາ ການເງິນ ຊ່ວງນີ້ມີແຕ່ເລື່ອງຈ່າຍ ບໍ່ສາມາດຄວບຄຸມລາຍຈ່າຍໄດ້ດີພໍ ໃຫ້ປະຢັດເອົາໄວ້ຈະດີທີ່ສຸດ ຄວາມຮັກ ຖ້າຈະໄດ້ພົບໃຜໃນຊ່ວງນີ້ທີ່ຈະມີເຂົ້າມາ ທ່ານເປັນຄົນເກັ່ງ ມີຄວາມສາມາດ ສະຫລາດ ຜິວຂາວ
ວັນອາທິດ:ການງານ ມີອຸປະສັກອາດເປັນເລື່ອງທຳມະດາ ແຕ່ກໍຄຸ້ມຄ່າໃນຄວາມພະຍາຍາມໃນຕອນນີ້ ເມື່ອໃຊ້ຄວາມພຽນພະຍາຍາມ ຄວາມອົດທົນກໍຈະແກ້ໄຂອຸປະສັກໃຫ້ຜ່ານພົ້ນໄປໄດ້ຈົນພົບຄວາມສຳເລັດ ການເງິນ ສ່ວນຫຼາຍຊ່ວງນີ້ມີແຕ່ເລື່ອງຈ່າຍ ຍັງບໍ່ສາມາດຖືຮັກສາຄວາມສົມດຸນນລາຍຮັບລາຍຈ່າຍໄດ້ ຈຶ່ງເຮັດໃຫ້ເງີນຂາດມື ຄວາມຮັກ ເຈົ້າຊະຕາເປັນຜູ້ທີ່ມີສະເນ່ ຈຶ່ງມີຄົນຍາກເຂົ້າມາເພື່ອເຮັດຄວາມຮູ້ຈັກ ໃຫ້ເບິ່ງໆ ຫລືເລືອກໆ ໄປກ່ອນ ຢ່າຟ້າວຕັດສິນໃຈໃນຊ່ວງນີ້