ຈັກລູກໃຜມາປະຕາອີ່ຕົນເດັກນ້ອຍຖີ້ມຄືຫມູຄືຫມາ ຊາດຊົ່ວຄັກ ບ້ານຕະແບງ 12/7/2021 ລູກເຈົ້າງາມຕາແພງອ້ວຍສວຍ ເຈົ້າກະຖີ້ມໃດ້ລົງແທ້ເດະ ທ່ານເອີ້ຍ ມື້ໜ້າຈະຖີ້ມ ກະຂໍໃຫ້ເອົາຫຍັງມາຫໍ່ມາຫົ່ມໃຫ້ແນ່ຖອນ
ສົງສານຜູ້ນ້ອຍອີ່ຕົນເດັກນ້ອຍ ຍັງມີຄົນຈຳນວນຫຼາຍຢູ່ທີ່ເພີ່ນຢາກອຸປະກາລະ ລ້ຽງດູເດັກແດງຂໍແມ່ໆທີ່ຄິດຈະໃຈໂຫດນຳລູກໆທັງຫຼາຍ ຖ້າບໍ່ຢາກລ້ຽງ ໃຫ້ໄປປືກສານຳພັກນຳລັດເດີ້ດຽວນີ້ເພີ່ນມີບ່ອນຮອງຮັບພະແນກສະເພາະ
ຜູ້ຕ້ອງການລູກໄປລ້ຽງແບບຖືກຕ້ອງຕາມກົດໝາຍຖ້າທ່ານບໍ່ຮູ້ໃຫ້ມາປືກສາເຮົາ ເລື້ອງເອົາບຸດໃຫ້ຄົນອື່ນລ້ຽງເຮົາສີແນະນຳໄປຫາພາກສ່ວນທີ່ກ່ຽວຂ້ອງ ແລະສີປີດຄວາມລັບໃຫ້ ຖ້າທ່ານບໍ່ຢາກເປີດເຜີຍ
ດີກ່ວາມາຂ້າລູກທາງອ້ອມແບບນີ້ໂພສນີ້ບໍ່ແມ່ນການສົ່ງເສີມຂໍລູກເເບບຜີດກົດຫມາຍເດີ້ ຖ້າຈະຂໍແມ່ນໃຫ້ໄປຂໍນຳພາກສ່ວນກ່ຽວຂ້ອງ ແລະການຊື້ຂາຍ-ເດັກ ຜີດກົດຫມາຍ ສາມາດດຳເນີນຄະດີໄດ້ ຕາມກົດຫມາຍ
ໂຊກດີເດັັກຍັງມີຊິວິດ ມີຜູ້ຮັບຫລານນ້ອຍໄປລ້ຽງແລ້ວເດີ້ ຄ້ຳຄູນເດີລູກ. ໄດ້ພໍ່ໄດ້ແມ່ທີ່ດີແລ້ວຂໍໃຫ້ໃຫຍ່ສູງ, ຄຳຮູ້, ກະຕັນເປັນລູກທີ່ດີໃຫ້ພໍ່ແມ່, ເປັນຄົນພົນລະເມືອງດີຂອງຊາດໃນອະນາຄົດເດີ