ສະເທືອນໃຈເຫຼືອເກີນ! ແມ່ເຖົ້າຄົນໄທຕາບອດ ບໍ່ຮູ້ສາມີຈາກໄປ ນັ່ງເອີ້ນຫາຢູ່ຂ້າງຮ່າງໄຮ້ວິນຍານ

0
198

ບ່ອນເກີດເຫດເປັນເຮືອນຊັ້ນດຽວ ໃນຕໍາບົນແດງໃຫຍ່ ອໍາເພີບ້ານໃໝ່ໄຊຍະພົດ ພາຍໃນເຮືອນພົບຮ່າງໄຮ້ວິນຍານຊາຍໄວ 75ປີ ນອນເສຍຊີວິດ ໂດຍມີສາຍໄຟພັນອ້ອມຮອບບໍລິເວນເອີກ ແລະ ມືຂວາ ຄາດສາເຫດການເສຍຊີວິດມາຈາກໄຟຟ້າຊັອດ.

ທັ້ງນີ້, ຢູ່ຂ້າງໆພົບເມຍອາຍຸ 69ປີນັ່ງຢູ່ຂ້າງ ໂດຍຜູ້ກ່ຽວບໍ່ຮູ້ວ່າສາມີຕົນເອງເສຍຊີວິດແລ້ວ ເນື່ອງຈາກເປັນຜູ້ປ່ວຍຕິດຕຽງ ຕາເບິ່ງບໍ່ເຫັນຍ້ອນໂລກເບົາຫວານ.

ເຊິ່ງຈາກການສອບຖາມແມ່ຕູ້ ເລົ່າວ່າ ເມື່ອຕອນຄໍ່າຂອງວັນທີ 13 ກໍລະກົດ ທີ່ຜ່ານມາ ສາມີໄດ້ອຸ້ມຕົນເອງໄປນອນເທິງຕຽງ ແລ້ວບອກວ່າຈະແປງສາຍໄຟ ຫຼັງຈາກນັ້ນກໍ່ມິດໄປ ພະຍາຍາມເອີ້ນຫາແຕ່ບໍ່ມີສຽງຕອບຮັບ ຄິດວ່າສາມີອອກໄປເຮັດວຽກນອກເຮືອນ ຈາກນັ້ນຕົນກໍ່ນອນຫຼັບໄປ ໂດຍບໍ່ຮູ້ວ່າສາມີໄປທາງໃດເພາະເບິ່ງບໍ່ເຫັນ.

ຂະນະທີ່ຫຼານຂອງພໍ່ຕູ້ແມ່ຕູ້ເລົ່າວ່າ: ຜູ້ເສຍຊີວິດອາໄສຢູ່ກັບເມຍພຽງ 2ຄົນ ສ່ວນບູກໄປຢູ່ບ່ອນອື່ນ ຄອບຄົວນີ້ມີຖານະຍາກຈົນ ອາໄສເບ້ຍລ້ຽງຄົນຊະລາລ້ຽງຊີບໄປແຕ່ລະມື້ເທົ່ານັ້ນ. ແນວໃດກໍ່ຕາມ ຕໍ່ກັບເຫດການທີ່ເກີດຂຶ້ນແມ່ນສະເທືອນໃຈແຮງ ແອັດຂໍສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ເສຍຊີວິດດ້ວຍ.