ຊົມ​ເຊີຍ! ຄອບຄົວຂອງທ່ານ ຊົ່ງຢ່າງ ເຊ່ຍເຢັ້ງຢ່າງ ປູກໝາກເງາະຂາຍລາຍໄດ້ດີ 50 ລ້ານກີບ ຕໍ່ລະດູ

0
115

ຄອບຄົວຂອງທ່ານ ຊົ່ງຢ່າງ ເຊ່ຍເຢັ້ງຢ່າງ ປະຊາຊົນບ້ານຄອນວັດ ເມືອງລ້ອງຊານ ແຂວງໄຊສົມບູນ ທີ່ໄດ້ຢຶດຖືການປູກໝາກເງາະເປັນສິນຄ້າ ເຮັດໃຫ້ເສດຖະກິດຄອບຄົວໄດ້ຮັບການພັດທະນາດີຂຶ້ນ ຢ່າງຕໍ່ເນື່ອງ.

ໂດຍ ຊົ່ງຢ່າງ ເຊ່ຍເຢັ້ງຢ່າງ ບອກວ່າ ສຳລັບແຮງບັນດານໃຈທີ່ເຮັດໃຫ້ເພິ່ນຢາກປູກໝາກເງາະ ເປັນສິນຄ້າ ກໍເນື່ອງຈາກວ່າ ໃນໄລຍະຜ່ານມາ ເມືອງລ້ອງຊານ ແຂວງໄຊສົມບູນ ຍັງບໍ່ທັນມີໝາກເງາະຂາຍເທື່ອ ແລະ ມີກໍນຳມາຈາກທ້ອງຖິ່ນອື່ນ ດັ່ງນັ້ນ ເພິ່ນຈຶ່ງໄດ້ຕັດສິນໃຈໝູນໃຊ້ເນື້ອທີ່ດິນທີ່ເປົ່າວ່າງພຽງເລັກນ້ອຍ ໃຫ້ເກີດປະໂຫຍດສູງສຸດ ໂດຍນຳໃຊ້ເຂົ້າໃນການບຸກເບີກເປັນສວນໝາກເງາະ ສວນທີ 1 ໃນໄລຍະປີ 2012 ຊຶ່ງນຳແນວພັນມາຈາກປະເທດໄທ ເບື້ອງຕົ້ນເປັນພຽງການທົດລອງທໍ່ນັ້ນ, ແຕ່ຜ່ານການດຳເນີນການປູກຕົວຈິງ ສັງເກດເຫັນວ່າ ໄດ້ຮັບຜົນຜະລິດດີໂດຍພື້ນຖານ, ສັງຄົມກໍໃຫ້ຄວາມຍອມຮັບເປັນຢ່າງດີ ແລະ ຕະຫຼາດ ກໍມີຄວາມຕ້ອງການຢ່າງກວ້າງຂວາງ ດັ່ງນັ້ນ ເພິ່ນຈຶ່ງໄດ້ສືບຕໍ່ນຳໃຊ້ເນື້ອທີ່ດິນ ອີກ 1 ເຮັກຕາກວ່າ ເຂົ້າໃນການບຸກເບີກເປັນສວນໝາກເງາະ ສວນທີ 2 ຢ່າງຈິງຈັງ ນັບແຕ່ໄລຍະປີ 2016 ເປັນຕົ້ນມາ.

ຊຶ່ງການປູກແມ່ນໃຊ້ເວລາ 3 ປີ ຈຶ່ງໄດ້ຮັບຜົນຜະລິດ, ໃນນີ້ ລາຍຮັບຈາກການຂາຍຕົວຈິງ ແມ່ນຕົກຢູ່ໃນຈຳນວນເງິນ 50,000,000 ກວ່າກີບ ຕໍ່ລະດູ ອາດເວົ້າໄດ້ວ່າ ເປັນລາຍຮັບທີ່ເປັນກອບເປັນກຳ ແລະ ຫຼວງຫຼາຍພໍສົມຄວນ ສົມກັບເຫື່ອແຮງທີ່ເພິ່ນໄດ້ທຸ່ມເທ ແລະ ໃຫ້ຄວາມສຳຄັນ ຢູ່ກັບການປູກໝາກເງາະຕະຫຼອດມາ.

ສຳລັບການຂາຍ ສ່ວນໃຫຍ່ແມ່ນເພິ່ນໄດ້ນຳໄປສົ່ງຂາຍຕາມທ້ອງຕະຫຼາດ ຢູ່ບັນດາເມືອງຕ່າງໆ ໃນທົ່ວແຂວງ ແລະ ບາງຄັ້ງ ກໍເປີດໃຫ້ຄົນທົ່ວໄປເຂົ້າມາທ່ອງທ່ຽວ ພາຍໃນສວນ ແລ້ວຊື້ກັບທີ່ກິນກັບທີ່. ສ່ວນລາຄາຂາຍຖ້າຂາຍສົ່ງ ຫາກລູກຄ້າຍສັ່ງຊື້ ໃນລະດັບ 500 ກິໂລ ຂຶ້ນໄປ ແມ່ນຂາຍຢູ່ໃນລາຄາ 10,000 ກີບ ຕໍ່ກິໂລ ໃນນີ້ ຖ້າຂາຍຍ່ອຍໂດຍການສົ່ງໃຫ້ແມ່ຄ້າ ພາຍໃນບ້ານເທດສະບານເມືອງ ແມ່ນຕົກຢູ່ໃນລາຄາ 12 ,000 ກີບ ຕໍ່ກິໂລ ແລະ ຖ້າຫາກມາສັ່ງຊື້ກັບສວນ ແມ່ນຂາຍຢູ່ໃນລາຄາ 13,000 ກີບ ຕໍ່ກິໂລ. ນອກຈາກຢຶດຖືການປູກໝາກເງາະ ເປັນລາຍໄດ້ຕົ້ນຕໍແລ້ວ ທ່ານຊົ່ງຢ່າງ ເຊ່ຍເຢັ້ງຢ່າງ ຍັງໄດ້ຕັ້ງຮ້ານສ້ອມແປງເຄື່ອງໄຟຟ້າ ເປັນລາຍຮັບເພີ່ມເຕີມ ຕື່ມອີກ.

ຜ່ານຈາກການຢຶດຖືການປູກໝາກເງາະ ເປັນອາຊີບຫຼັກ ໃນການຜະລິດເປັນສິນຄ້າ ເຮັດໃຫ້ເສດຖະກິດຄອບຄົວຂອງທ່ານຊົ່ງຢ່າງ ເຊ່ຍເຢັ້ງຢ່າງ ປະຊາຊົນບ້ານຄອນວັດ ເມືອງລ້ອງຊານ ແຂວງໄຊສົມບູນ ມີບາດກ້າວຂະຫຍາຍຕົວດີຂຶ້ນ ຢ່າງຕໍ່ເນື່ອງ, ຖານະການເງິນພາຍໃນຄອບຄົວມີຄວາມໝັ້ນທ່ຽງ, ຊີວິດການເປັນຢູ່ນັບມື້ນັບມີທ່າກ້າວພົ້ນເດັ່ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ. ສຳລັບລາຍຮັບທີ່ໄດ້ຈາກການຂາຍໝາກເງາະ ນອກຈາກຈະໝູນໃຊ້ເຂົ້າໃນວຽກງານທີ່ຈຳເປັນ ພາຍໃນຄອບຄົວແລ້ວ ຍັງສາມາດຊຸກຍູ້ສົ່ງເສີມໃຫ້ບັນດາລູກໆ ຂອງເພິ່ນ ໄດ້ຮັບການຮໍ່າຮຽນເພື່ອອະນາຄົດທີ່ດີ ນຳອີກ.

ດັ່ງນັ້ນ ຈຶ່ງສາມາດເວົ້າໄດ້ວ່າ ທ່ານ ຊົ່ງຢ່າງ ເຊ່ຍເຢັ້ງຢ່າງ ໄດ້ກາຍເປັນບຸກຄົນ ແລະ ຄອບຄົວແບບຢ່າງ ຂອງບ້ານຄອນວັດ ເມືອງລ້ອງຊານ ແຂວງໄຊສົມບູນ ໃນການປະກອບອາຊີບ ແລະ ທຳມາຫາກິນ ທີ່ບໍ່ຂັດກັບລະບຽບກົດໝາຍ ຂອງບ້ານເມືອງ. ອີກຢ່າງໜຶ່ງ ກໍຍ້ອນເຫັນໄດ້ແນວທາງອັນຖືກຕ້ອງ ແລະ ສະຫຼາດສ່ອງໃສ ຂອງພັກ-ລັດຖະບານ ຊຶ່ງຍາມໃດກໍຖືເອົາການແກ້ໄຂຄວາມທຸກຍາກ ຂອງປະຊາຊົນລາວບັນດາເຜົ່າ ເປັນບັນຫາກົກ ແລະ ຕໍ່ເນື່ອງ ຢ່າງສະເໝີຕົ້ນສະເໝີປາຍ ຕະຫຼອດມາ.

ບົດ: ຈິນລະວອນ ວໍລະສົມບູນ, Lao Youth Radio FM 90.0 Mhz