ສປປລາວ ມີກໍລະນີເສຍຊີວິດ ຈາກໂຄວິດ-19 ເພີ່ມ1 ຄົນ ເພດຊາຍ ອາຍຸ 67 ປີ

0
726

ຄະນະສະເພາະກິດຖະແຫຼງຂ່າວວັນທີ 15 ກໍລະກົດ 2021 ຢັ້ງຢືນສປປລາວ ມີກໍລະນີເສຍຊີວິດຈາກໂຄວິດ-19ໃໝ່1 ຄົນ ເຮັດໃຫ້ມີກໍລະນີເສຍຊີວິດສະສົມເພີ່ມເປັນ 4 ຄົນ.

ທ່ານດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຈະມາຖະແຫຼງຂ່າວສະພາບການລະບາດພະຍາດ COVID-19 ປະຈຳວັນທີ 15 ກໍລະກົດ 2021ວ່າ: ວັນທີ 14 ກໍລະກົດ 2021 ໄດ້ກວດວິເຄາະທັງໝົດ 1.451 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 116 ຄົນ.

ໃນນັ້ນ ມີກໍລະນີນຳເຂົ້າ 114 ຄົນ ມາຈາກ ແຂວງຈໍາປາສັກ 41 ກໍລະນີ, ສະຫວັນນະເຂດ 67 ກໍລະນີ, ຄໍາມ່ວນ 02 ກໍລະນີ ແລະ ສາລະວັນ 04 ກໍລະນີ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ.

ສ່ວນຕິດເຊື້ອໃນຊຸມຊົນ 2 ຄົນ ມາຈາກນະຄອນຫຼວງ 1 ຄົນ ແລະ ອຸດົມໄຊ 1 ຄົນ ເຊິ່ງມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າທີ່ຜ່ານມາ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 3,092 ຄົນ, ເສຍຊີວິດສະສົມ 4 ຄົນ ( ເສຍຊີວິດໃໝ່ 1 ເປັນເພດຊາຍ, ອາຍຸ 67 ປີ) ແລະ ກໍາລັງປິ່ນປົວ ທັງໝົດ 708 ຄົນ.