ວັກຊິນກັນພະຍາດໂຄວິດ-19 Johnson&Johnson/Janssen(J&J/Janssen) ຈຳນວນ 1.008.000 ໂດສ ເຊິ່ງແມ່ນການຊ່ວຍເຫລືອຂອງ ລັດຖະບານ ສະຫະລັດອາເມລິກາ ໂດຍຜ່ານ COVAX Facility ເພື່ອມອບໃຫ້ແກ່ ສປປ ລາວ ມາຮອດສະໜາມບິນສາກົນວັດໄຕ ໃນຕອນຄໍ່າວັນທີ 16 ກໍລະກົດ 2021.
ເຂົ້າຮ່ວມໃນພິທີຄັ້ງນີ້ ມີທ່ານບຸນແຝງ ພູມມະໄລລຸນ ລັດຖະມົນຕີກະຊວງສາທາລະນະສຸກ ແລະຄະນະ; ທ່ານ ປີເຕີ ເຮມອນ, ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ສປປລາວ; ພ້ອມດ້ວຍຜູ້ຕາງໜ້າອົງການ USAID ; ອົງການອະນາໄມໂລກ, ແລະຜູ້ຕາງໜ້າອົງການຢູນິເຊັບປະຈໍາ ສປປລາວເຂົ້າຮ່ວມ.
ວັກຊີນກັນພະຍາດໂຄວິດ-19 Johnson & Johnson’s Janssen (J&J/Janssen) ແມ່ນແຕກຕ່າງຈາກວັກຊີນກັນພະຍາດໂຄວິດ-19 ຊະນິດອື່ນໆທີ່ມີຢູ່ໃນ ສປປ ລາວ ຍ້ອນວ່າສັກເຂັມດຽວເທົ່ານັ້ນ. ວັກຊິນຈໍານວນນີ້ ຈະນຳໃຊ້ໃນກຸ່ມທີ່ເປັນບູລິມະສິດ, ລວມທັງຜູ້ທີ່ມີອາຍຸ 60 ປີຂຶ້ນໄປ, ຄົນທີ່ມີພະຍາດປະຈໍາຕົວ ແລະ ພະນັກງານ
ສາທາລະນະສຸກ ໃນຂອບເຂດທົ່ວປະເທດ, ໂດຍສອດຄ່ອງກັບ ແຜນປະຕິບັດງານການສັກວັກຊິນກັນພະຍາດໂຄວິດ-19 ແຫ່ງຊາດ ແລະ ຍັງມີແຜນການເພີ່ມເຕີມ ເພື່ອນຳ ໃຊ້ຕໍ່ປະຊາກອນກຸ່ມເປົ້າໝາຍອື່ນໆ ລວມທັງເຂດຫ່າງໄກ ສອກຫລີກ ແລະ ເຂດທີ່ເຂົ້າເຖິງໄດ້ຍາກ.
ມາຮອດປະຈຸບັນ ສປປ ລາວ ໄດ້ຮັບວັກຊິນ 5 ຍີ່ຫໍ້ແລ້ວ ຄື: ຈອນສັນແອນຈອນສັນ 1,008,000 ໂດສ, ຊີໂນຟາມ 1.902.000ໂດສ, ແອສຕາເຊເນກາ
132.000ໂດສ, ໄຟເຊີ 100.620ໂດສ, ສະປຸກນິກ 5.000 ໂດສ , ເຊິ່ງທົ່ວປະເທດມີຜູ້ໄດ້ສັກເຂັມ 1 ແລ້ວ ຈໍານວນ 1.038.254ຄົນ ແລະເຂັມທີ 2 ຈໍານວນ 670.727ຄົນ.
ໂດຍ: ຄໍາກອງ ກິດຕິຄຸນ.