ລະວັງ ໃຜມັກລັກຂ້າມ…!!! ສະຫວັນນະເຂດ ເນັ້ນໜັກອ້າຍນ້ອງທະຫານຊາຍແດນ ແລະ ຂັ້ນບ້ານ ຄຸ້ມຄອງເຮືອຕາມລໍາແມ່ນໍ້າຂອງຢ່າງເຂັ້ມງວດ

0
277

ວັນທີ 13 ກໍລະກົດ2021 ທີ່ຜ່ານມານີ້, ທ່ານ ປະສົງສິນ ຈະເລີນສຸກເຈົ້ານະຄອນ ໄກສອນ ພົມວິຫານ ພ້ອມດ້ວຍຄະນະນໍາຂອງນະ ຄອນ,ກໍ່ໄດ້ລົງເຄື່ອນໄຫວຕິດຕາມການຄຸ້ມຄອງເຮືອໃນຈໍານວນ 5 ບ້ານຄື: ບ້ານ ໂພນສະຫວັນ, ບ້ານ ດອນເຊັງ, ບ້ານ ສົ້ມປ່ອຍ,ບ້ານຫ້ວຍໄຜ່ ແລະ ບ້ານຜັກຂະ

ໃນການລົງເຄື່ອນໄຫວຄັ້ງນີ້,ກໍ່ໄດ້ຮັບຟັງການການລາຍງານເຖິງສະພາບການຈັດ ຕັ້ງປະຕິບັດວຽກງານການຄຸ້ມຄ້ອງການນຳໃຊ້ເຮືອປະເພດຕ່າງໆຕາມລຳແມ່ນ້ຳຂອງ ຈາກເລຂາພັກບ້ານ-ນາຍບ້ານທັງ 5 ບ້ານກໍ່ເຫັນວ່າສະພາບໂດຍລວມແມ່ນມີຄວາມເປັນລະບຽບຮຽບຮ້ອຍດີ,ສັງຄົມມີຄວາມສະຫງົບໂດຍພື້ນຖານ

ເຊິ່ງແຕ່ລະບ້ານກໍ່ເຫັນວ່າປະຕິບັດໜ້າທີ່ຢ່າງເປັນເຈົ້າການ,ສ່ວນປະຊາຊົນພາຍໃນບ້ານມີຄວາມເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະ ຕິບັດ ຕໍ່ກັບມາດຕະການ ແລະ ຄໍາສັ່ງ, ແຈ້ງການຕ່າງໆຂອງຂັ້ນເທິງວາງອອກ, ເພື່ອໃຫ້ການຄຸ້ມຄອງເຮືອຫາປາຂອງປະຊາຊົນຕາມລໍາແມ່ນໍ້າຂອງ ລຽບຊາຍ ແດນລາວ-ໄທ ເພື່ອປ້ອງກັນບໍ່ໃຫ້ມີການລັກລອບເຂົ້າມາໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ.

ທີ່ມີການສ່ຽງໃນການນໍາເຊື້ອພະຍາດໂຄວິດ-19 ມາສູ່ປະຊາ ຊົນພາຍໃນນະຄອນໄກສອນພົມວິຫານ ໂດຍແມ່ນກໍາລັງທະຫານຊາຍແດນປະຈໍາແຕ່ລະຈຸດ ໂດຍໄດ້ສົມທົບກັບກໍາລັງ ປກຊ-ປກສ ບ້ານແລະ ອໍານາດການປົກ ຄອງບ້ານເວນຍາມກໍ່ໄດ້ເປັນເຈົ້າການໃນການຮັກສາຄວາມສະຫງົບປອດໄພຂອງປະຊາຊົນໂດຍບໍ່ຂັດກັບຄໍາສັ່ງຂອງຄະນະສະເພາະກິດວາງອອກ ທັງນີ້ກໍ່ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືມາສູ່ສະພາບປົກກະຕິ.

ຈາກນັ້ນ,ທ່ານ ເຈົ້ານະຄອນ ກໍ່ໄດ້ຮຽກ ຮ້ອງໃຫ້ຄະນະພັກ-ອໍານາດການປົກຄອງທະຫານຊາຍແດນແຕ່ລະບ້ານຕະຫຼອດເຖິງພໍ່ແມ່ປະຊາຊົນເອົາໃຈໃສ່ສຶບຕໍ່ຄໍາສັ່ງ ແລະ ແຈ້ງການອື່ນໆ ຂອງຂັ້ນເທິງຢ່າງເຂັ້ມງວດ ແລະການຄຸ້ມຄອງ ເຮືອຫາປາຕາມລໍາແມ່ນໍ້າຂອງໂດຍໃຫ້ໂຮມເຮືອໄວ້ຈຸດດຽວ, ເພື່ອເປັນການປ້ອງກັນການລັງລອບຂອງແຮງງານລາວທີ່ກັບມາຈາກປະເທດທີ່ມີການລະບາດຂອງພະຍາດໂຄວິດ-19ມາແຜ່ລະບາດໃນຊຸມຊົນກໍ່ຄືໃນນະຄອນ.

ພາບ-ຂ່າວ: ນະຄອນ ໄກສອນ ພົມວິຫານ.