ພໍ່ລ້ຽງລົງມືທໍາຮ້າຍລູກລ້ຽງ ແຕ່ເຈັບໃຈຍິ່ງກວ່າຄືແມ່ບັງເກີດເກົ້າເຂົ້າຂ້າງຜົວໃໝ່

0
284

ເປັນອີກຂ່າວທີ່ສ້າງຄວາມສະເທືອນໃຈບໍ່ໜ້ອຍ ໂດຍສະເພາະຄົນແມ່ເປັນແມ່ເປັນພໍ່ ຍິ່ງຈະຮູ້ສຶກອ່ອນໄຫວກັບເຫດການແບບນີ້ ເພາະບໍ່ມີໃຜຮັບໄດ້ ຫາກລູກຂອງເຮົາຖືກທໍາຮ້າຍຂະໜາດນີ້.

ເຫດການທີ່ແອັດຈະນໍາສະເໜີຕໍ່ໄປນີ້ແມ່ນເກີດຂຶ້ນຢູ່ປະເທດໄທ ແຕ່ຍ້ອນເຫັນວ່າມັນເປັນເລື່ອງທີ່ຮຸນແຮງ ແລະ ບໍ່ຄວນເອົາເປັນແບບຢ່າາງ ແຕ່ແອັດຢາກຍົກເລື່ອງນີ້ຂຶ້ນ
ມາເປັນອຸທາຫອນ ເປັນຄະຕິ້ຕືອນໃຈ ແກ່ພໍ່ແມ່ທຸກຄົນ ໂດຍສະເພາະແມ່ນພໍ່ລ້ຽງດ່ຽວ ຫຼື ແມ່ລ້ຽງດ່ຽວ ກ່ອນຈະເລືອກໃຜເຂົ້າມາໃນຊີວິດ ຄວນເບິ່ງໃຫ້ດີວ່າເຂົາຮັກລູກເຮົາບໍ່ ຫຼື ດີພໍຈະມາເປັນຜູ້ປົກຄອງຂອງລູກຮ່ວມກັບເຮົາບໍ່.

ໂດຍເຫດການທີ່ເກີດຂຶ້ນນີ້ແມ່ນເດັກນ້ອຍຄົນໜຶ້່ງ ຖືກພໍ່ລ້ຽງທໍາຮ້າຍຕົບຕີ ເນື້ອໂຕບວມໄປໝົດ ເຫັນແລ້ວສຸດທີ່ໜ້າສົງສານເລີຍ.

ແຕ່ສິ່ງທີ່ທໍາຮ້າຍຈິດໃຈໄປກວ່ານັ້ນແມ່ນ ແຫຼາງຂ່າວບອກວ່າ ຜູ້ເປັນແມ່ຄີງໆຂອງເດັກນ້ອຍຄົນນີ້ນັ້ນ ກັບເຂົ້າຂ້າງຜູ້ເປັນຜົວໃໝ່ ບໍ່ສົນໃຈໃຍດີກັບລູກເລີຍ.