ວັນຈັນ:ການງານ ການຕິດຕໍ່ຍັງມີໂຊກ ຫລື ຍັງບໍ່ຄອງຕົວເລື່ອງການເຮັດທຸລະກິດໃນຊ່ວງນີ້ ແຕ່ກໍຈະມີໂຊກດີຈາກຄວາມພະຍາຍາມຂອງຕົວເອງ ການເງິນ ມີທັງຮັບທັງຈ່າຍ ໝຸນຫາໃຊ້ຈ່າຍໄດ້ທັນຖ່ວງທີຢູ່ ແຕ່ກໍຍັງມີພາລະທີ່ຕ້ອງນຳເງີນນັ້ນໄປໃຊ້ຈ່າຍນັ້ນເອງ ຄວາມຮັກ ຍັງມຸ້ງໝັ່ນໃນເລື່ອງການງານຫລາຍກວ່າທີ່ຈະທຸ້ມເທໃຫ້ເລື່ອງຄວາມຮັກໃນຊ່ວງນີ້
ວັນຄານ:ການງານ ຮູ້ສຶກກັງວົນ ແລະເມື່ອຍຫລາຍໃນຊ່ວງນີ້ກັບສະພາວະແວດລ້ອມການເຮັດວຽກງານ ຢາກຈະມີການປ່ຽນແປງເກີດຂຶ້ນ ພົບກັບຄວາມກົດດັນຕ່າງໆ ໃນມື້ນີ້ ແຕ່ກໍຄວນພະຍາຍາມເຮັດຫນ້າທີ່ໃຫ້ດີທີ່ສຸດ ການເງິນ ມີໂຊກຈະໄດ້ເງີນເຂົ້າມາໃນມື້ນີ້ ເປັນມື້ໂຊກດີຂອງທ່ານມື້ໜຶ່ງເລີຍ ຄວາມຮັກ ທ່ານເປັນຜູ້ທີ່ມີສະເນ່ໃນຊ່ວງນີ້ ແຕ່ກໍຍັງເບິ່ງໆ ກັນຢູ່ຫລາຍກວ່າ ຍັງບໍ່ຕັດສິນໃຈ ແຕ່ກໍມີໃຜບາງຄົນຢາກເຂົ້າມາເຮັດຄວາມຮູ້ຈັກກັບທ່ານກໍເປັນໄປໄດ້ເຊັ່ນກັນ
ວັນພຸດ:ການງານ ຊ່ວງນີ້ຈະຮູ້ສຶກເບື່ອໆ ຢາກຈະຫາທຸລະກິດການງານທີ່ເຮັດແລ້ວຮູ້ສຶກທ້າທາຍ ຫລືມີຄວາມສຸກ ມີຄວາມສຳເລັດກວ່າທີ່ເປັນຢູ່ ການເງິນ ມີໂອກາດດຶງເງີນເກົ່າອອກມາໃຊ້ໃນຊ່ວງນີ້ກໍເປັນໄປໄດ້ ລະວັງການໃຊ້ຈ່າຍໃນຊ່ວງນີ້ຢ່າປະມາດ ແຕ່ກໍມີສິດທີ່ຈະມີໂຊກມີເງີນເຂົ້າມາເພິ່ມເຕິມກໍເປັນໄປໄດ້ ຄວາມຮັກ ມີໂອກາດພົບຄູ່ ພົບຄົົນທີ່ຖືກໃຈ ທ່ານເປັນຄົນເກັ່ງ ມີຄວາມສາມາດ ມີອາຍຸຫລາຍກວ່າ ແລະມີສະເນ່
ວັນພະຫັດ:ການງານ ການຕິດຕໍ່ເຈລະຈາດ້ານການງານຕ່າງໆ ໃນມື້ນີ້ຈະປະສົບຄວາມສຳເລັດຢູ່ໃນເກນທີ່ດີ ມີອຸປະສັກເປັນທຳມະດາ ການເງິນ ຊ່ວງນີ້ມີແຕ່ເລື່ອງຈ່າຍ ເຊັ່ນຄ່າໃຊ້ຈ່າຍໃນການເຂົ້າສັງຄົມ ຫລືກ່ຽວກັບຄ່າເດີນທາງກໍເປັນໄປໄດ້ ຄວາມຮັກ ມີໂອກາດພົບຄູ່ ພົບຄົບທີ່ຖືກໃຈ ການງານນຳພາມາໃຫ້ໄດ້ພົບກັນ ແລະຄົນຮັກມີສ່ວນຊ່ວຍເລື່ອງການງານເຮັດໃຫ້ເກີດຄວາມສຳເລັດ
ວັນສຸກ:ການງານ ຈະພົບອຸປະສັກໃນການເລີ່ມຕົ້ນ ແຕ່ກໍຈະມີໂຊກຫລາຍຈາກການໄດ້ລົງມືເຮັດໄປແລ້ວ ຈະກໍ່ໃຫ້ເກີດຄວາມໂຊກດີໃນການເລີ່ມທຸລະກິດໃໝ່ ການເງິນ ໃນຊ່ວງນີ້ຕ້ອງໃຊ້ຈ່າຍເງີນເປັນຢ່າງຫລາຍ ບໍ່ຄວນປະມາດໃນການໃຊ້ເງີນ ບໍ່ຄວນດຶງເງີນໃນອະນາຄົດມາໃຊ້ຈ່າຍ ຄວນມີຄວາມອ້ອມຄອບ ຄິດກ່ອນທີ່ຈະຈ່າຍ ຄວາມຮັກ ໂດດເດັ່ນໃນການພົບຄົົນທີ່ເກັ່ງ ແລະດີ ຜິວຂາວເຫຼືອງທີ່ຈະໂດດເດັ່ນໃນການພົບໃນມື້ນີ້
ວັນເສົາ:ການງານ ຫາກມີການເດິນທາງຈະເກີດຄວາມໂຊກດີ ຈະຈັບງານຫຍັງໃນຊ່ວງນີ້ຄວນເປີດຕົວສູ່ສາທາລະນະຊົນຈະໄດ້ເປັນທີ່ຮູ້ຈັກ ການເງິນ ລະມັດລະວັງໃນການໃຊ້ຈ່າຍເງີນໃນຊ່ວງນີ້ ຕ້ອງວາງແຜນການໃຊ້ຈ່າຍໃຫ້ອ້ອມຄອບໃນການໃຊ້ເງີນໃຫ້ຫລາຍໆ ຄວາມຮັກ ລະວັງຄວາມໃຈຮ້ອນທີ່ສົ່ງຜົນເຖິງຄວາມສຳພັນ ໃນຊ່ວງນີ້ຄວນໃຊ້ເຫດຜົນຫລາຍໆ ແລະໃຊ້ຄວາມໃຈເຢັນ
ວັນອາທິດ:ການງານ ເຮັດຫນ້າທີ່ຂອງຕົນເອງໃຫ້ດີທີ່ສຸດໃນຊ່ວງນີ້ກໍພຽງພໍແລ້ວ ລະມັດລະວັງເລື່ອງເອກະສານສັນຍາຕ່າງໆ ໃຫ້ມີຄວາມອ້ອມຄອບ ການເງິນ ຫາເງີນໄດ້ຢ່າງຕໍ່ເນື່ອງໃນຊ່ວງນີ້ ຄວາມສາມາດ ແລະຄວາມຮູ້ຂອງທ່ານເອງ ຄວາມຮັກ ມີໂອກາດພົບຮັກ ພົບຄົົນທີ່ຖືກໃຈໃນຊ່ວງນີ້ທີ່ຈະມີເຂົ້າມາ ລາວມີສະເນ່ ແຕ່ເປັນຄົນໃຈຮ້ອນ