ໃນວັນທີ16.07.2021 ເວລາ18:05ນາທີ ໜວ່ຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄດ້ຮັບແຈ້ງເຫດຜ່ານເບີ 084 1625 ວ່າ: ມີລົດໃຫຍ່ຕຳເຮືອນປະຊາຊົນແລ້ວເສຍຫຼັກພິກຄວໍ້າ ຢູ່ບ້ານ ປ່າອ້ອຍ (ໜ້າທະນາຄານJDB) ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
ເມື່ອໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄປຮອດສະຖານທີ່ເກີດເຫດພົບເຫັນຜູ້ບາດເຈັບ 01ຄົນ + ອາການບາດເຈັບເບື້ອງຕົ້ນ:ຜູ້ບາດເຈັບມີບາດແຜແອ່ວຈີກ ແລະ ທະເລີ້ນເປັນແຜໃຫຍ່ ຜູ້ກ່ຽວເປັນເພດຊາຍ ສັນຊາດລາວ ອາຍຸ 20 ປີ ປັດຈຸບັນຢູ່ບ້ານ ປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
ດັ່ງນັ້ນ, ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວຈື່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳຜູ້ບາດເຈັບນຳສົ່ງໄປທີ່ໂຮງໝໍ ແຂວງບໍ່ແກ້ວ ອຸບັດຕິເຫດ&ເຈັບ-ປ່ວຍສຸກເສີນໂທແຈ້ງ:084 1625 ; 084212117ຕະຫລອດ24ຊົ່ວໂມງ.