ວັນທີ 18 ກໍລະກົດ 2021 ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່ 131 ກໍລະນີ ສະຫຼຸບ ສະຖານະການລະບາດຂອງພະຍາດໂຄວິດ ຈາກຄະນະເພາະກິດ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່ 131 ຕົວຢ່າງ , ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ ຈຳນວນ : 7 ຄົນ (ເປັນກໍລະນີນຳເຂົ້າ) ,ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ: 30 ຄົນ (22 ເປັນກໍລະນີນຳເຂົ້າ)(8 ຄົນ ໃນຊຸມຊົນ), ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 76 ຄົນ (ເປັນກໍລະນີນຳເຂົ້າ),ແຂວງຄຳມ່ວນມີຜູ້ຕິດເຊື້ອໂຄວິດ ຈຳນວນ : 7 ຄົນ (ເປັນກໍລະນີນຳເຂົ້າ) , ແຂວງບໍລິຄຳໄຊມີຜູ້ຕິດເຊື້ອໂຄວິດ ຈຳນວນ : 1 ຄົນ (ເປັນກໍລະນີນຳເຂົ້າ) , ແຂວງສາລະວັນມີຜູ້ຕິດເຊື້ອໂຄວິດ ຈຳນວນ : 10 ຄົນ (ເປັນກໍລະນີນຳເຂົ້າ)
ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ