ເກີດອຸປະຕິເຫດເຮືອຫຼົ້ມ ແລ້ວມີຄົນຈົມນ້ຳ 1 ຄົນ ຍັງບໍ່ຮູ້ສະຕາກຳ

0
750

ໃນວັນທີ 18.07.2021 ເວລາ 11:00 ນາທີ ໄດ້ເກີດອຸປະຕິເຫດເຮືອຫຼົ້ມແລ້ວມີຄົນຈົມນຳ້ ເປັນເພດຍິງ ອາຍຸປະມານ 50 ປີ ຢູ່ບ້ານ ນາຫຍ້າຫວາຍ ( ສາຍນຳ້ໂດນ ) ເມືອງ ທ່າແຂກ ແຂວງ ຄຳມ່ວນ

ທີມງານໜ່ວຍກູ້ໄພ ໄດ້ເລັ່ງເຂົ້າຊ່ວຍຊອກຫາຜູ້ສູນຫາຍກັບຍາດຕິພີ່ນ້ອງຂອງຜູ້ສູນຫາຍດ້ວຍວີທີພື້ນບ້ານກໍບໍ່ພົບ ຍ້ອນວ່ານຳ້ເລິກເກີນໄປ ແລະບວກກັບກໍໄມ້ຢູ່ພື້ນນຳ້ກໍ່ຫຼາຍ

ຕາມການບອກເລົ່າວ່າ: ສາເຫດທີ່ຈົມນຳ້ ຜູ້ກ່ຽວແມ່ນຂ້າມເຮືອຈະໄປອີກຝາກຂອງສາຍນຳ້ເພື່ອໄປດຳນາ ເລີຍໄປຮອດກາງເຄິ່ງແລ້ວເຮືອກໍ່ຫຼົ້ມ..

ລາຍລະອຽດ ແລະ ໄດ້ຂໍ້ມູນເພີ່ມເຕີ່ມແນວໃດແລ້ວຈະລາຍງານຕື່ມອີກ ຂໍໃຫ້ປອດໄພເດີ້