ໜຸ່ມໂພສແຈ້ງເຕືອນອຸທາຫອນ! ຊື້ເລກທາງແຊັດ ຖືກເລກແລ້ວ ແຕ່ຕິດຕໍ່ຫາແມ່ຄ້າບໍ່ໄດ້ ແລະ ບໍ່ໄດ້ເງິນ

0
553

ບໍ່ຮູ້ວ່າເຫດການນີ້ເກີດຂຶ້ນກັບໃຜແນ່ ສຳລັບເຫດການນີ້ ຂໍເປັນອີກໜຶ່ງອຸທາຫອນເຕືອນໃຈ ສຳຄົນທີ່ມັກຊື້ເລກຫວຍຜ່ານການແຊັດທາງອອນລາຍ, ກັບໝູ່ຄົນຮູ້ຈັກຈະບໍ່ວ່າ

ແຕ່ສຳລັບຄົນທີ່ບໍ່ຮູ້ຈັກກັນ ຫຼື ລຶ້ງກັນຜ່ານແຊັດເທົ່ານັ້ນ ບອກເລີຍບ່ໜ້າໄວ້ໃຈ ແລະ ອາດເປັນມິດສາຊີບຕົວະໃຫ້ເຮົາເສຍເງິນໄດ້ເດີ້

ຢ່າງໜຸ່ມຄົນນີ້ທີ່ໄດ້ເລົ່າເຫດການ ເພື່ອເຕືອນໃຈໃຜຫຼາຍໆຄົນ ແລະ ບໍ່ຢາກໃຫ້ຄົນອື່ນຕົກເປັນເຫຍື່ອແບບເພິ່ນ

ທີ່ເພິ່ນໄດ້ແຊັດໄປຊື້ເລກກັບແມ່ຄ້າ ທີ່ເຄີຍແຊັດຫຼິ້ນນຳກັນ ແມ່ຄ້າຄົນນີ້ຢູ່ ເຊກອງ ສ່ວນຕົນເອງຢູ່ວຽງຈັນ
ໃນງວດວັນທີຜ່ານມາ ທັງ 2 ບໍ່ຮູ້ຈັກກັນ ແລະ ບໍ່ເຄີຍເຫັນໜ້າກັນມາກ່ອນພຽງແຕ່ແຊັດຫຼິ້ນນຳກັນ ແລ້ວກໍອຸດໜຸນຊ່ວຍ

ແລະນີ້ເປັນຂໍ້ມູນຫຼັກຖານການແຊັດຂອງທັງ 2
ລາວບອກວ່າ ເຖິງເງິນຈະບໍ່ຫຼາຍ ແຕ່ກໍບໍ່ຢາກໃຫ້ເຫດການແບບນີ້ເກີດຂຶ້ນກັບຄົນອື່ນໆອີກ ຈຶ່ງຢາກເຕືອນທຸກຄົນໃຫ້ລະວັງໄວ້

ຈາກ: Ae Sengsithong