ຮູ້ຈັກສາວຫວານອາຍຸນ້ອຍສຸດໃນເວທີ Miss Teen Laos 2021 ນໍ້າຝົນ ດາວພະສຸກ ໄຊຄໍາພາ MTL18

0
247

ມາຮູ້ຈັກ ແລະ ພ້ອມເຊຍໃຫ້ເຂົ້າເຖິງຮອບ 10 ຄົນ ກັບສາວນ້ອຍຍິ້ມຫວານ ຄວາມສາມາດຫຼາກຫຼາຍ ບໍ່ວ່າຈະເປັນແຕ້ມຮູບ, ຕີບານ ແລະ ເຮັດເຂົ້າໜົມ ຖືໄດ້ວ່າຄົບເຄື່ອງທັງສິລະປະ ແລະ ກີລາເລີຍຄົນນີ້ ດາວພະສຸກ ໄຊຄຳພາ ຫຼື ນໍ້າຝົນ MTL18 ປັດຈຸບັນອາຍຸ 14 ປີ ລວງສູງ 166 ຊັງຕີແມັດ ສຶກສາຢູ່ທີ່ໂຮງຮຽນ ມສ ວຽງຈັນ, ມ 4 ຈາກນະຄອນຫຼວງວຽງຈັນ.

ຜ່ານມາແມ່ນບໍ່ເຄີຍປະກວດເລີຍ ນີ້ເປັນເວທີທຳອິດ ຄວາມໃຝ່ຝັນຂອງນ້ອງກັບເວທີນີ້ຄືຢາກເປັນ Miss Teen Laos 2021 ແຕ່ເຖິງນ້ອງຈະໄດ້ ຫຼື ບໍ່ໄດ້ກໍຕາມ ນ້ອງໄດ້ປະສົບການອັນຍິ່ງໃຫຍ່ທີ່ຈະເອົາມາພັດທະນາຕົວເອງໄດ້ ແລະ ດ້ານວົງການບັນເທີງ ຄວາມຝັນສຸດໃນວົງການບັນເທີງ ກໍຄືນ້ອງຢາກເປັນຕົວແທນປະເທດລາວທີ່ໄປຢືນຢູ່ເວທີ Miss universe ນັ້ນຄືທີ່ສຸດສຳລັບນ້ອງ ແຕ່ນອກຈາກນີ້ແລ້ວຍັງຢາກເປັນນັກສະແດງ ເພາະນ້ອງເປັນຄົນທີ່ມັກເບິ່ງຊີຣີ ກໍເລີຍມີຄວາມຄິດທີ່ຢາກເປັນນັກສະແດງ.

ຄຳຄົມ ແລະ ຄະຕິປະຈຳໃຈຂອງນ້ອງ ກໍຄື: “ follow your dreams ” ເຊິ່ງເປັນຄໍາທີ່ນ້ອງເອົາມາຈາກຊີຣີໜຶ່ງຂອງເກົາຫຼີ ແລ້ວນ້ອງຮູ້ສຶກວ່າຄຳນີ້ມັນເຮັດໃຫ້ນ້ອງມີແຮງທີ່ຈະພັກດັນ ແລະ ພັດທະນາຕົວເອງໃຫ້ໄປຮອດຝັນທີ່ໄດ້ຕັ້ງໄວ້.

ສໍາລັບຄວາມສາມາດ ແມ່ນນ້ອງຢາກຈະສະແດງການເຮັດເຂົ້າໜົມ ເພາະມັນເປັນພອນສະຫວັນທີ່ນ້ອງຖະໜັດ ແລະ ເຮັດມາຕະຫຼອດເລີຍ, ນອກຈາກນີ້ນ້ອງກໍມີຄວາມຄິດທີ່ຈະເຮັດແບຣນເຂົ້າໜົມຂອງຕົວເອງ ເພື່ອສົ່ງອອກຕ່າງປະເທດອີກດ້ວຍ ເພື່ອເປັນການເອກອ້າງໃນສີມື ແລະ ຜະລິດຕະພັນຂອງຄົນລາວວ່າມີຄຸນນະພາບບໍ່ໜ້ອຍໄປກວ່າຊາດໃດໃນໂລກ.

ຈຸດເດັ່ນທີ່ນ້ອງຄິດວ່າຈະສາມາດເອົາຊະນະໃຈຄະນະກຳມະການ ແລະ ທຸກຄົນໄດ້ ກໍຄືນ້ອງເປັນຄົນອາຍຸນ້ອຍສຸດໃນເວທີນີ້ມັນເຮັດນ້ອງບືນຕົວເອງ ເພື່ອໃຫ້ໄປທັນເອື້ອຍໆແຕ່ລະຄົນໃນເວທີ ນ້ອງວ່າການທີ່ນ້ອງມີຄວາມພະຍາຍາມ ແລະ ພັດທະນາຕົວເອງ ແລະ ມີສິ່ງທີ່ຈະມາສະແດງໃຫ້ຄະນະກຳມະການເຫັນຕະຫຼອດ ມັນຈະເປັນສິ່ງໜຶ່ງທີ່ຈະເຮັດໃຫ້ຄະນະກໍາມະການໄດ້ເຫັນເຖິງ ຄວາມອົດທົນ ແລະ ບຸກບືນຂອງນ້ອງເອງ ວ່ານ້ອງມີຄວາມເໝາະສົມທີ່ຈະໄດ້ເປັນດວງດາວແຫ່ງຍຸກສະໄໝຄົນຕໍ່ໄປ.

ໃນການກຽມຕົວຂອງນ້ອງກໍຄືການຝຶກຊ້ອມເດີນແບບ, ຝຶກຊ້ອມເຕັ້ນ, ຝຶກຊ້ອມຕອບຄຳຖາມ, ຝຶກຄວາມສາມາດທີ່ຕົນເອງມີຢູ່ແລ້ວໃຫ້ເກັ່ງ ແລະ ພັດທະນາຂຶ້ນ, ນອກຈາກນີ້ກໍແມ່ນຝຶກໃນການໂພສທ່າຖ່າຍຮູບ ແລະ ການວາງຕົວບຸກຄະລິກກະພາບຕ່າງໆ.

ກິດຈະກຳຍາມວ່າງມັກເຮັດເຂົ້າໜົມ, ຟັງເພງ, ເບິ່ງຮູບເງົາ, ອອກກຳລັງກາຍ; ສະຕາຍການແຕ່ງຕົວຈະເປັນຄົນແຕ່ງສະຕາຍສາວຫວານ ແລະ ຈະມີເປັນສະຕາຍວິນເທດແດ່. ສຸດທ້າຍນີ້ນ້ອງກໍຢາກຂໍຝາກໃຫ້ທຸກຄົນເຊຍ ແລະ ເປັນກຳລັງໃຈໃຫ້ນ້ອງໃນການແຂ່ງຂັນ Missteenlaos2021 ໝາຍເລກMTL18 ຝາກແດ່ເດີ ເຟສ ບຸ໊ກ: N`NamFon Xay khampha.

ຮູບ: N`NamFon Xaykhampha