ເຈົ້າໜ້າທີ່ເລັ່ງນຳຈັບຕົວ ທ້າວພຸດທະກອນ (ຕ໋ອມ) ຜູ້ກໍ່ເຫດຄາດຕະກຳອະດີດເມຍ ແລະ ນ້ອງສາວເມຍມາລົງໂທດ

0
227

ເກີດເຫດຄາດຕະກຳທີ່ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ພາໃຫ້ເກີດມີຜູ້ເສຍຊີວິດ 02 ຄົນ ແລະ ບາດເຈັບອີກ 1 ຄົນ ເມື່ອເວລາ 12:15 ນາທີ ຂອງວັນທີ 19 ກໍລະກົດ 2021 ຊາບຊື່ຫຼັງເຈົ້າໜ້າທີ່ໄປເຖີງຈຸດເກີດເຫດຮູ້ວ່າ: ຜູ້ເສຍຊີວິດ ຄື: ນາງ ອັກປະລິນຍາ ເຜົ່າສີວົງສາ ຫຼື ກີ້ ອາຍຸ 26 ປີ ອາຊີບ ຄ້າຂາຍ ແລະ ນາງ ລາລິຕາ ເຜົ່າສີວົງສາ ອາຍຸ 24 ປີ ອາຊີບ ຄ້າຂາຍ ທັງ 2 ເປັນເອື້ອຍນ້ອງກັນ

ສ່ວນຜູ້ບາດເຈັບ 01 ຄົນ ຄື: ນາງ ປະກິດ ເຜົ່າສີວົງສາ ອາຍຸ 55 ປີ ອາຊີບ ຄ້າຂາຍ ເປັນແມ່ຂອງຜູ້ເສຍຊີວິດທັງ 2 ແມ່ຜູ້ເສຍຊີວິດຢັ້ງຢືນຜູ້ລົງມືຄາດຕະກຳຄື: ທ້າວ ພຸດທະກອນ ຊາພັກດີ ຫຼື ຕ້ອມ (ຕ່ອຍ) ອາຍຸ 32 ປີ ກຳມະກອນ ຢູ່ບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ພາຍຫຼັງກໍເຫດແລ້ວຜູ້ກ່ຽວໄດ້ເອົາໂຕລົບໜີ.

ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ: ພວກເຮົາໄດ້ຮ່ວມກັນລົງສະຖານທີ່ເກີດເຫດ ພາຍຫຼັງໄດ້ຮັບຂໍ້ມູນ ແລະ ຜ່ານການກວດກາ ຊັນນະະສູດ ສະຖານທີ່, ຊາກສົບ ເກັບກຳຂໍ້ມູນໄດ້ເບື້ອງຕົ້ນ ແລະ ຕາມຄຳໃຫ້ການຂອງ ນາງ ປະກິດ (ແມ່ຂອງຜູ້ເສຍຊີວິດ) ໃຫ້ຮູ້ວ່າ ຜູ້ກໍເຫດລົງມືຄັ້ງນີ້ ແມ່ນ ທ້າວ ກິດທະກອນ ຫຼື ຕ້ອມ ອາດີດເປັນລູກເຂີຍຂອງຕົນ ເຊີ່ງໄດ້ແຕ່ງງານກັບລູກສາວ ນາງ ອັກປະລີນຍາ (ຜູ້ເສຍຊີວິດ) ໃນປີ 2017 ແລະ ມີລູກນຳກັນ 2 ຄົນ (ເພດຊາຍ) ລູກກົກ 3 ປີ ປາຍ ແລະ ລູກຜູ້ທີ່ສອງ 1 ປີ ປາຍ ໃນໄລຍະທັງສອງໃຊ້ຊີວິດເປັນຄູ່ຜົວເມຍ,

ຜູ້ເປັນຜົວໄປພົວພັນກັບຢາເສບຕິດ (ເສບຢາ), ຕິດການພະນັນທາງອອນລາຍ ແລະ ເຄີຍມີປາກສຽງໃຊ້ຄວາມຮຸນແຮງກັບເມຍເປັນປະຈຳ (ຕີເມຍ) ມາຮອດເດືອນ 2 ປີ 2020 ຜູ້ເປັນເມຍທົດຕໍ່ການກະທຳຂອງຜົວບໍ່ໄດ້ ຈິ່ງໄດ້ຮ້ອງຟ້ອງຂໍຢ່າຮ້າງ ຢູ່ສານປະຊາຊົນເຂດ 3 ນວ ຕົກມາຮອດ ວັນທີ 19 ກໍລະກົດ 2021 ເວລາປະມານ 8:30 ນາທີ ທັງສອງຄົນພ້ອມດ້ວຍຍາດພີ່ນ້ອງໄດ້ພາກັນໄປຟັງຄຳຕັດສິນຂອງສານກ່ຽວກັບການລ້ຽງດູລູກທັງ 2 ຄົນ, ສານປະຊາຊົນວິນິດໄສ ໃຫ້ນາງ ອັກປະລິນຍາ ຫຼື ກີ້ (ຜູ້ເສຍຊີວິດ) ໄດ້ສິດຄຸ້ມຄອງ ແລະ ລ້ຽງດູລູກທັງ 2 ຄົນ ສ່ວນທ້າວ ພຸດທະກອນ ຫຼື ຕ້ອມ (ຜູ້ເປັນພໍ່) ບໍ່ມີສິດຄຸມຄອງລູກແຕ່ມີພັນທະໃນການລ້ຽງດູຮອດ 18 ປີ,ສາມາດໄປມາຫາສູ່ໄດ້. ຫຼັງຈາກໄດ້ຮັບຟັງຄຳຕັດສິນຂອງສານປະຊາຊົນເຂດສາມແລ້ວ ທັງ 2 ຝ່າຍ ກໍໄດ້ແຍກກັບເຮືອນຂອງໃຜລາວ.

ມາຮອດເວລາ 12:15 ນາທີ ຂອງວັນດຽວກັນ ໃນຂະນະທີ່ ນາງ ອັກປະລິນຍາ ຫຼື ກີ້ ແລະ ນາງ ລາລິຕາ (ນ້ອງສາວ) ພວມກຳລັງແຕ່ງກີນເຂົ້າທ່ຽງ ຢູ່ເຮືອນ ບ້ານແສງສະຫວ່າງ ໄດ້ມີ ທ້າວ ພຸດທະກອນ (ຜູ້ກໍ່ເຫດ) ເຂົ້າມາໃນເຮືອນ ແລ້ວໃຊ້ປືນສັ້ນ (ບໍ່ຮູ້ຊະນິດ) ຍິງໃສ່ສອງເອື້ອຍນ້ອງຫຼາຍນັດ ເຮັດໃຫ້ທັງສອງເສຍຊີວິດຄາທີ່ ພ້ອມທັງຍິງໃສ່ ນາງ ປະກິດ (ຜູ້ເປັນອາດີດແມ່ເຖົ້າ) ທີ່ພວມກຳລັງໄຂປະຕູຫ້ອງນອນອອກມາ ເຮັດໃຫ້ບາດເຈັບເຈັບເລັກນ້ອຍ ຈາກນັ້ນ ທ້າວ ພຸດທະກອນ ຈຶ່ງໄດ້ເອົາຕົວລົບໜີໄປ.

ປະຈຸບັນເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງກຳລັງເລັ່ງຕິດຕາມຕົວ ໄລ່ຊອກໄລ່ຈັບ ມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ. ຕໍ່ກັບເຫດການທີ່ເກີດຂຶ້ນ ກອງບັນຊາການ ປກສ ນວ ສະແດງຄວາມເສຍໃຈຕໍ່ເຫດການ ແລະ ຄວາມສູນເສຍອັນໃຫ່ຍຫຼວງຂອງຄອບຄົວເຜົ່າສີວົງສາ ແລະ ວົງຄະນະຍາດ ຈິ່ງຮຽກຮ້ອງມາຍັງສັງຄົມ ທຸກພາກສ່ວນຖ້າພົບເຫັນການລົບໜີ ລີ້ຊ້ອນຈາກການດຳເນີນຄະດີຂອງ ທ້າວ ພຸດທະກອນ ຂໍໃຫ້ແຈ້ງເຈົ້າໜ້າທີ່ໃກ້ຄຽງ ຫຼື ແຈ້ງມາຊ່ອງທາງທາງວອດແອັບ 020 28899774 ຫຼື ເຟສບຸກ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ.

ຂໍຂອບໃຈທີ່ມາ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ