ໂພສເສົ້າຈາກສາວລາແຟນເທື່ອສຸດທ້າຍ ແຟນຈາກໄປບໍ່ມີວັນຫວນຄືນມາ

0
277

ອ່ານກ່ອນໃຜທີ່ມີແຟນເພາະມັນຄືຊີວິດຈີງຂ້ອຍ ນັບເປັນມື້ທີ່ທໍລະມານສຸດ ເປັນມື້ທີ່ຄິດຮອດສຸດ ນັບເປັນເດືອນທີ່ທໍລະມານ ເປັນເດຶອນທີ່ຄິດຮອດເປັນເດືອນທີ່ບໍ່ໄດ້ລົມ,ບໍ່ໄດ້ແຊດ,ບໍ່ໄດ້ໂທຫາວ່າເລື່ອງດີໆໃນຊີວິດໃຫ້ກັນຟັງທຸກມື້ຊິວິດທີ່ກຳລັງຈະເຕີບໂຕອານາດຄົດ ໜ້າທີການງານຖ້າມື້ທີ່ຂ້ອຍຮຽນຈົບ 1 ປີ ທຸກຢ່າງຊີມີກັນແລະກັນ ຖ້າມື້ແຕ່ງງານກັນ ແລະ ຄວາມຝັນທີ່ວ່າກັນໄວ້

ຫຼັງຈາກຂ້ອຍຮຽນຈົບ ເຮົາຊີສ້າງອານາດຄົດໄປນຳກັນ ມີເຮືອນເປັນຂອງເຮົາ ມີລົດເປັນຂອງເຮົາ ແລະ ມີລູກໄປນຳກັນ ວາດຝັນໄວ້ຫຼາຍໆຢ່າງ ແຕ່ສຸດທ້າຍກະຈົບລົງພາຍໃຈພີບຕາ ທຸກເທື່ອທີ່ຈະກີນຈະນອນ ທຸກພາບຄວາມຊົງຈຳຍັງບໍ່ລືມ ພາບທີ່ເຄີຍຮ່ວມທຸກ,ຮ່ວມສຸກ

ພາບມີແຕ່ຮ່ອຍຍີ້ມ ແລະ ສຽງຫົວ ພາບທີ່ເຄີຍນັ່ງກີນເຂົ້ານຳກັນແບບຄອບຄົວ ທຸກໆສະຖານທີທີ່ເຄີຍໄປ ອາຫານທີ່ເຈົ້າມັກກີນ ເພລງທີ່ເຈົ້າມັກຟັງກ່ອນນອນ ສຽງແຊດທີ່ໄດ້ເຫັນທຸກເຊົ້າ ແລະກ່ອນຊີນອນ ມັນເຫຼືອພຽງພາບຖ່າຍ ແລະ ຄວາມຊົງຈຳ
ຕະຫຼອດໄລ່ຍະທີຄົບກັນມາ4-5ປີ ເຮົາບໍ່ເຄີຍຫ່າງກັນເລີຍ

ເຈົ້າມາຫາຂ້ອຍທຸກແລງວັນສຸກ-ເສົາ ຕ່າງຄົນຕ່າງເຮັດໜ້າທີ່ຂອງໃຜລາວ ເຮົາກໍມີໜ້າທີຮຽນ ລາວກໍມີໜ້າທີ່ຂອງລາວ ແຕ່ເຮົາສອງຄົນກະເຂົ້າໃຈກັນ ເຖິງຊີຜິດຊີຖຽງກັນກໍເລື້ອງທຳມະດາ ສີ່ງທີ່ຂ້ອຍພູມໃຈສຸດໃນຕົວຂອງຜູ້ຊາຍຄົນນີ້ ຄືບໍ່ເຄີຍສົນນຳຜູ້ຍີງຄົນໃດ ບໍ່ເຄີຍເຮັດໃຫ້ເສຍໃຈເລີຍ ຈື່ງເຮັດໃຫ້ຂ້ອຍໝັ້ນໃຈທີ່ສຸດນີ້ແດະຄືຜູ້ຊາຍຄົນດຽວທີ່ຈະຝາກຊິວີດໄວ້ຕະຫຼອດໄປ

ວັນທີລາວເສຍຊິວິດ19/7/2021 ເປັນນາທີທີ່ບີບຫົວໃຈສຸດ ນັ່ງແນມເຫັນຮູບໃນໂລງສົບນ້ຳຕາໄຫຼ ກ່ອນນອນເຮົາບອກເພີ່ນວ່າຖ້າຢູ່ໃນນັ້ນມັນອຶດອັດ ໃຫ້ມານອນນຳເຮົາເດິ

ຕະຫຼອດໄລຍະທີ່ໄປຫາຈົນຈັດງານສົບແລ້ວສົ່ງເພິ່ນຂື້ນສະຫວັນເປັນເຈົ້າຊາຍ ຊິວິດທີ່ມີກັນ ຄວາມຝັນທີວາດໄວ້ກະພັງສະຫຼາຍ ສີ່ງດຽວທີ່ເຮັດໄດ້ຄື ເຮັດໃຈ ຍອມຮັບກັບໂຊກສະຕາ ບຸນວາດສະໜາທີ່ມີຕໍ່ກັນເຮົາສ້າງມານຳກັນພຽງຊຳນີ້ ເຮົາໄດ້ຮູ້ຈັກກັນ ໄດ້ຄົບກັນ ມັນກໍດີທີ່ສຸດ ຟັງຂ້ອຍເດິເຮີຍຂ້ອຍຊີບອກຄິດຮອດທຸກມື້ ເຖີງແມ້ຊີໄປບໍ່ຮອດ

ຈະບອກຮັກທຸກມື້ ເຖີງແມ້ເຈົ້າຈະບໍ່ໄດ້ຍີນສຽງກັນອີກຈະກອດເຈົ້າຜ່ານທຸກເລື່ອງລາວ ເຖີງແມ້ຈະກອດກັນບໍ່ໄດ້ຕະຫຼອດມາຂ້ອຍບໍ່ເຄີຍເສຍໃຈ ຫຼືມານັ່ງໂທດຕົວເອງເພາະຕະຫຼອດຜ່ານມາທີ່ເຈົ້າເຈັບ ເຈົ້າປ່ອຍ ຂ້ອຍຢູ່ຄຽງຂ້າງເຈົ້າຕະຫຼອດ ຄ່ອຍເບີ່ງແຍງດູແລຕະຫຼອດ ຢາກຝາກຂໍ້ຄວາມນີ້ຜ່ານສາຍລົມ ຜ່ານດາວເທີງຟ້າ ຖ້າແນມລົງມາເຫັນ ຄົງຈະດິໃຈອຸ່ນໃຈບໍ່ນ້ອຍ

ຝາກເຖິງທຸກຄົນ ທີ່ຍັງມີຄູ່ຮັກບອກຮັກກັນໃນວັນທີ່ເຂົາໄດ້ຍີນກອດເຂົາໃນວັນທີເຂົາໄດ້ຍີນຈັບມືກັນໄວ້ແນ່ນໆນະ ໃນວັນທີ່ມີລົມຫາຍໃຈ

ຢາກບອກວ່າຮັກ ແລະ ຊີຢູ່ໃນຄວາມຊົງຈຳຕະຫຼອດໄປມາສົ່ງລະເດີຕາມຄຳສັນຍາທີ່ເຄີຍມີກັນ ຢູ່ນຳຈົນວີນາທີສຸດທ້າຍເຈົ້າຊາຍຂອງຊິວິດ ຈະຢູ່ໃນຄວາມຊົງຈຳຕະຫຼອດໄປ ຮັກເດີ ພີມທັງນ້ຳຕາ