ເປັນແມ່ຈຶ່ງເຂົ້າໃນເດີ້ເລື່ອງນິ ອາການແພ້ທ້ອງຂອງແມ່ໆ ກວ່າຈະໄດ້ລູກທໍລະມານແຕ່ຕອນຖືພານີ້ໄປ ຫາກຄົນໂຊກດີກະຜົວແພ້ແທນ

0
684

ຈາກໂພສ นางฟ้า แม่ ทูนหัว ເກັບໄວ້ໃຫ້ນາງເບີ່ງຕອນໃຫ່ຍ ວ່າເເມ່ຫລອດຕາຍຈັງໃດ້ນາງມາ
ແພ້ເກີນບ້ານເກີນເມືອງທັງຮ້ອງທັງໃຫ້ຄິດວ່າຈະຕາຍປະຕັ້ງເເຕ່ຖືພາໃດ້ເດືອນ

ເເພ້ກິນຫຍັງບໍ່ໃດ້ເເມ້ເເຕ່ນ້ຳ ອາບນ້ຳກະບໍ່ໃດ້ໂພດບໍ່ໃດ້ອາບນ້ຳເປັນເດືອນເຫັນນ້ຳລະຮາກແຟນໃດ້ເຊັດໂຕໃຫ້ເອາ


ລຸກບໍ່ຂື້ນຍ່າງໄປເຂົ້າຫ້ອງນ້ຳເມືອຍວ່າແມ່ນໃຈສິຂາດຕາຍ ແພ້ຮອດສຽງຄົນຍ່າງຜ່ານຫນ້າຫ້ອງສຽງເຂົາລ້າງຖ້ວຍ ເຂົາລ້າງຖ້ວຍປວດຫົວວີນຫົວຮາກໂລດຢູ່ບໍໃດ້

ລົມໂທສັບໃດ້ກັບທຸກຄົນຍົກເວັ້ນແຟນໂທມາລົມບໍໃດ້ຮາກ ມັນເປັນເລື້ອງແປກເນາະຖ້າບໍ່ເກີດຂື້ນກັບໂຕຂ້ອຍເອງຂ້ອຍກະບໍ່ເຊື່ອ

ສີງດຽວທີ່ພໍກິນໃດ້ປະຄອງຊີວິດຄືເເຕ່ງໂມ&ໂກໂກ້ປັ່ນ ກີນຫຍັງບໍ່ໃດ້ເລີຍຈັກຢ່າງເເຕ່ງົງນ້ຳລາຍຈັກມາເເຕ່ໃສໄຫລຕະຫລອດປາກຈົນເປື່ອຍ

ຖືພາເດືອນປາຍນ້ຳຫນັກ 35 ໂລແພ້ເເຮງ ໃຜເຫັນໃຜກະເເນມບາງຄົນກະມາຖາມປ່ວຍຫວ່າ


ມີເເຕ່ຄົນບອກ ¾ ກະເຊົາຂ້ອຍກະນັ່ງນັບມື້ນັບວັນຖ້າ ແຕ່ກະແມ່ນເດືອນທີ 3 ພໍໃຄຂື້ນມາ 3 ເດືອນດົນປານ 3 ປີທໍລະມານເເຮງ

ໄປຫາໝໍກະໃຫ້ເເຕ່ຢາເເກ້ເເພ້ມາກະກິນບໍ່ໃດ້ຮາກ ໃສ່ນ້ຳເກືອໃດ້ສອງມື້ກະໝົດລິດໃຫ້ໄປຫາໝໍອີກ ໝໍກະບອກບໍຕາຍດອກບໍ່ເຄີຍມີໃຜຕາຍຍອມແພ້ທ້ອງ


.

ໂບຮານວ່າຂ້າມຜົວລະຜົວຈະເເພ້ແທນວະຊັນລາວນອນຂ້ອຍກະຫລັກຂ້າມລາວແຕ່ບໍ່ເຊົາເດີຂ້ອຍລອງມາເເລ້ວ ຄິດໃນໃຈຫຼືວ່າໂຕເອງຈະເປັນຄົນເເລກທີ່ເເພ້ທ້ອງລະຕາຍ

ຈາກ: นางฟ้า แม่ ทูนหัว