ບຣູກຣາສ ມອບຮູບແຕ້ມສີນໍ້າມັນ ປະທານປະເທດແຫ່ງ ສປປ ລາວ ແຕ່ອະດີດຈົນຮອດປັດຈຸບັນໃຫ້ກະຊວງ ຖວທໃນວັນທີ 22 ກໍລະກົດ 2021, ທ່ານ ອຸ່ນທວງ ຂາວ
ພັນ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ໃຫ້ກຽດຮັບເອົາຜົນງານຮູບແຕ້ມສີນໍ້າມັນໃສ່ຂອບສີຄໍາ ຮູບຂອງທ່ານປະທານປະເທດແຫ່ງ
ສປປ ລາວ ຜູ້ນໍາທີ່ແສນເຄົາລົບຮັກ ຈໍານວນ 8 ພາບ, ແຕ່ອະດີດຈົນເຖິງປັດຈຸບັນ, ຈາກ ທ່ານ ປຣະເສີດ ບັນຈົງພັກດີ ປະທານບໍລິສັດ ຫຍ້າສີຟ້າ (BlueGrass
Design Group). ການມອບພາບດັ່ງກ່າວ, ເພື່ອເປັນການຊົມເຊີຍ ແລະ ຂໍ່ານັບຮັບຕ້ອນຄະນະລັດຖະບານ ແຫ່ງ ສປປ ລາວ ຊຸດທີ IXໂອກາດນີ້, ທ່ານຮອງ
ລັດຖະມົນຕີ ກະຊວງ ຖວທ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານປະທານບໍລິສັດ ບຣູ ກຣາສ ທີ່ນໍາເອົາຮູບແຕ້ມທີ່ມີຄວາມສໍາຄັນ, ສວຍງາມ ແລະ ເປັນຮູບແຕ້ມບຸກຄົນສໍາ
ຄັນຂອງປະເທດ ທີ່ປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດໃຫ້ຄວາມເຄົາລົບນັບຖື ແລະ ຈະນໍາເອົາຮູບດັ່ງກ່າວໄປໄວ້ບ່ອນທີ່ສົມກຽດສູງສຸດ.
ຮູບແຕ້ມສີນໍ້າມັນ ປະທານປະເທດແຫ່ງ ສປປ ລາວ ແຕ່ອະດີດຈົນຮອດປັດຈຸບັນ
ຮູບແຕ້ມສີນໍ້າມັນ ປະທານປະເທດແຫ່ງ ສປປ ລາວ ແຕ່ອະດີດຈົນຮອດປັດຈຸບັນ
ຮູບແຕ້ມສີນໍ້າມັນ ປະທານປະເທດແຫ່ງ ສປປ ລາວ ແຕ່ອະດີດຈົນຮອດປັດຈຸບັນ