ມ້າງເປົ້າໝາຍ ຄ້ າ ຂ າ ຍ ຢ າ ເ ສ ບ ຕິ ດ ທີ່ເມືອງຕົ້ນເຜິ້ງ

0
835

ວັນທີ 21 ກໍລະກົດ 2021 ທາງຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ລົງສົມທົບກັບ ກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ເຂົ້າມ້າງເປົ້າໝາຍ ຄ້ າ ຂ າ ຍ ຢ າ ເ ສ ບ ຕິ ດ ຢູ່ ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສາມາດ ກັ ກ ຕົ ວ ເປົ້າໝາຍໄດ້ 1 ຄົນ ຊື່ທ້າວ ສົມຈິດ ແກ້ວໃຈ ພ້ອມທັງໄດ້ກວດຄົ້ນເຮືອນຂອງ ຜູ້ກຽວ ໄດ້ພົບເຫັນຄື:

1. ຢ າ ໄ ອ ສ ຈາໍນວນ 2 ເປົ່າເທົ່າກັບ 40 ຫໍ່ ມີນໜັກ 40 ກິໂລກຼາມ.

2. ໂທລະສັບ 1 ໜ່ວຍ.

ຜ່ານການສືບສວນ-ສອບສວນ ທ້າວ ສົມຈິດ ໄດ້ໃຫ້ການຊັດທອດຫາຜູ້ເຂົ້າຮ່ວມຂະບວນການຄື:

1. ທ້າວ ໄມ່ແອ່ນ ອາຍຸປະມານ 29 ປີ, ອາຊີບເຮັດນາ ຢູ່ ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

2. ທ້າວ ຍອດແສງ ແສງສະຫວັນ ອາຍຸ 26 ປີ ຢູ່ ບ້ານສີດອນມີ, ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ຈາກນັ້ນທາງເຈົ້າໜ້າທີ່ພວກເຮົາ ໄດ້ເຂົ້າກວດຄົ້ນເຮືອນຂອງທ້າວ ໄມ່ແອ່ນ (ແຕ່ຜູ້ກ່ຽວໄດ້ເອົາຕົວຫຼົບໜີກ່ອນ) ຜ່ານການກວດຄົ້ນເຮືອນແມ່ນບໍ່ພົບເຫັນສິ່ງທີ່ ຜິ ດ ກົ ດ ໝ າ ຍ ແລະ ໄດ້ເຂົ້າ ກັ ກ ຕົ ວ ທ້າວ ຍອດແສງ ແສງສະຫວັນ ຢູ່ ບ້ານສີດອນມີ ເມືອງຕົ້ນເຜິ້ງ ພ້ອມທັງ ກວດຄົ້ນເຮືອນຂອງຜູ້ກຽ່ວ ໄດ້ພົບເຫັນຄື:

1. ຢ າ ບ້ າ ຈາໍນວນ 367 ມັດ, 07 ຖັງນ້ອຍ, 147 ເມັດ ເທົ່າກັບ 735.547 ເມັດ, ມີນໍ້າໜັກ 73,5 ກິໂລ.

2. ປື ນ ເບີ 1 ກະບອກ ພ້ອມ ລູ ກ 24 ລູ ກ.

3. ເຮືອກາບ 1 ລໍາ

4. ໂທລະສັບ 2 ໜ່ວຍ.

ປະຈຸບັນທາງເຈົ້າໜ້າທີ່ພວກເຮົາພວມດຳເນີນການສືບສວນ-ສອບສວນຂະຫຍາຍຜົນຊອກຫາກຸ່ມແກ້ງ ຜູ້ຮ່ວມຂະບວນການມາດຳເນີນຄະດີຕາມລະບຽບຂອງກົດໝາຍ.