ແຂວງ ອັດຕະປີ ອອກແຈ້ງການເຖີງປະຊາຊົນພາຍໃນແຂວງ. ໂດຍອີງຕາມການປະເມີນຂອງຄະນະສະເພາະກິດ ແຂວງຈໍາປາສັກເຫັນວ່າ: ມີທ່າອ່ຽງທີ່ຈະມີການລະບາດໃນຊຸມຊົນ, ສະນັ້ນ ແຂວງອັດຕະປື ເປັນແຂວງທີ່ມີຊາຍແດນຕິດຈອດ ແລະ ມີການເຄື່ອນໄຫວ ໄປ-ມາ ເປັນປະຈໍາໃນທຸກໆວັນ ເຊິ່ງມີໂອກາດສ່ຽງທີ່ຈະນໍາເຊື້ອເຂົ້າມາແຜ່ລະບາດໃນແຂວງອັດຕະປືໄດ້
ດັ່ງນັ້ນ, ຄະນະສະເພາະກິດເພື່ອການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການ ລະບາດຂອງພະຍາດ COVID-19 ຂັ້ນແຂວງ ຈຶ່ງແຈ້ງການເພີ່ມເຕີມມາຍັງບັນດາທ່ານຮັບຊາບ ແລະ ປະຕິບັດເຂັ້ມງວດເປັນຕົ້ນແມ່ນ, ໃຫ້ສືບຕໍ່ປະຕິບັດຕາມແຈ້ງການສະບັບເລກທີ 259/ຄສ1.ອປ, ລົງວັນທີ 19 ກໍລະກົດ 2021 ຢ່າງເຂັ້ມງວດ. ປິດການເຂົ້າ-ອອກແຂວງຕໍ່ແຂວງ
(Lockdown) ໃນໄລຍະ 07 ວັນ (ນັບແຕ່ວັນທີ 23 ກໍລະກົດ 2021 ຮອດວັນທີ 29 ກໍລະກົດ 2021) ຢ່າງເຂັ້ມງວດ. ຢຸດການອະນຸຍາດເດີນທາງເຂົ້າ-ອອກແຂວງ ສໍາລັບຜູ້ຂັບລົດ ແລະ ພະນັກງານຂົນສົ່ງສິນຄ້າທຸກປະເພດ. ຍົກເວັ້ນສະເພາະສິນຄ້າທີ່ຈໍາເປັນແທ້ໆ ເຊັ່ນ: ນໍ້າມັນເຊື້ອໄຟ, ເຄື່ອງກໍ່ສ້າງຂອງໂຄງການຟື້ນຟູໄພພິບັດ ແຕ່ໃຫ້ມີການຄ່ຽນຖ່າຍພະນັກງານຂັບລົດຢູ່ລະຫວ່າງຊາຍແດນ ສຳລັບ, ບຸນປະເພນີ ໂດຍສະເພາະງານບຸນເຂົ້າພັນສາແມ່ນໃຫ້ເພີ່ມມາດຕະການຢ່າງເຂັ້ມງວດ