ຂປລ. ມື້ຂຶ້ນ 15 ຄໍ່າເດືອນ 8 ປີ ພສ 2564 ກົງກັບ ວັນທີ 24 ກໍລະກົດ 2021 ເປັນມື້ບຸນເຂົ້າພັນສາ ພຸດທະສາຊະນິກະຊົນພາຍໃນນະຄອນຫລວງວຽງຈັນ ກໍຄື ບັນດາແຂວງໃນຂອບເຂດທົ່ວປະເທດ ໄດ້ພາກັນຮ່ວມໃສ່ບາດ, ຍາດນໍ້າ, ຖະຫວາຍສັງຄະທານ ຕາມຮີດຄອງປະເພນີທີ່ສືບທອດກັນມາ ໄປຄຽງຄູ່ກັບການປະຕິມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ-19.ບຸນເຂົ້າພັນສາປີ 2021 ເປັນຊ່ວງທີ່ເກີດການລະບາດຂອງພະຍາດໂຄວິດ-19 ແຕ່ເຖິງຢ່າງໃດກໍຕາມ ທາງພຸດທະສາສະໜາ ກໍບໍ່ໄດ້ລົດລະ
ຮີດ 12 ຄອງ 14 ຮີດຍີ່ຄອງຈຽງ ໂດຍແຕ່ລະວັດໄດ້ຈັດພິທີຕາມຮີດຕາມຄອງ ໄປພ້ອມກັບການໂຄສະນາກ່ຽວກັບ ການປະຕິ ບັດມາດຕະການປ້ອງກັນພະຍາດໂຄວິດ-19, ຊາວພຸດທີ່ມາຮ່ວມໃສ່ບາດກໍພາກັນໃສ່ຜ້າອັດປາກ-ດັງ ເເລະ ລ້າງມືດ້ວຍນໍ້າຂ້າຢາເຊື້ອ ທີ່ທາງວັດ ກໍຄື ອຳນາດການປົກຄອງບ້ານໄດ້ກະກຽມໄວ້ຢູ່ພາຍໃນວັດ.ທຸກໆປີ ເມື່ອຮອດມື້ຂຶ້ນ 15 ຄ່ຳ ເດືອນ 8 ລາວ ຫລື ວັນເພັງ 15 ຄ່ຳ ເປັນວັນເຂົ້າພັນສາທາງສາສະຫນາພຸດ ເຊິ່ງກາຍເປັນຮີດຄອງປະເພນີອັນດີງາມຂອງລາວເຮົາທີ່ເຄີຍປະຕິບັດສືບ
ທອດກັນມາແຕ່ບູຮານນະການ. ສໍາລັບວັນເຂົ້າພັນສາປີນີ້ແມ່ນກົງກັບ ວັນທີ 24 ກໍລະກົດ ໂດຍນັບຈາກນີ້ໄປເປັນເວລາ 3 ເດືອນ ພະສົງສຳມະເນນຈະໄດ້ບໍາເພັນກຸສົນຢູ່ແຕ່ໃນວັດ ແລະ ປົກປັກຮັກສາວັດວາອາຮາມ, ໄຫວ້ພະສວດມົນ, ເທສະໜາເຜີຍແຜ່ຫລັກຄຳສັ່ງສອນຂອງພະພຸດທະເຈົ້າ ໃຫ້ແກ່ອອກຕົນນຍາດໂຍມໃຫ້ຕັ້ງໜ້າຢູ່ໃນສິນໃນທຳ, ໝັ້ນທຳຄວາມດີ ແລະ ສ້າງຜົນປະໂຫຍດໃຫ້ສັງຄົມ. ໂອກາດເຂົ້າພັນປີນີ້, ຂໍໃຫ້ຜູ້ມັກດື່ມສິ່ງມຶນເມົາ ຖືເອົາໂອກາດເຂົ້າພັນປີນີ້ເປັນປີແຫ່ງການເຊົາຢຸດການດື່ມເຫລົ້າ-ດື່ມ
ເບຍ ຫລື ສິ່ງມຶນເມົາຕ່າງໆໃຫ້ໄດ້ ທັງນີ້ກໍເພື່ອຮັກສາສຸຂະ ພາບຂອງຕົວທ່ານເອງ, ທີ່ສຳຄັນຍັງເປັນການປະຕິບັດມາດຕະການ ປ້ອງກັນການລະບາດຂອງພະຍາດໂຄວິດ-19 ດ້ວຍການບໍ່ຕັ້ງວົງຊຸມແຊວທີ່ເປັນການເຕົ້າໂຮມຄົນເປັນຈໍານວນຫລາຍ. ພ້ອມນີ້ ຍັງເປັນການປະຢັດງົບປະມານຂອງຕົນເອງ ແລະ ຄອບຄົວ ເພາະໃນໄລ ຍະນີ້ ການປະຢັດມັດທະຍັດ ແມ່ນສໍາຄັນທີ່ສຸດ ເພາະພວກເຮົາຍັງບໍ່ຮູ້ເທື່ອວ່າ ພະຍາດທີ່ອັນຕະລາຍຮ້າຍແຮງດັ່ງກ່າວ ຈະສືບຕໍ່ລະບາດຮ້າຍແຮງຕໍ່ໄປອີກດົນປານໃດ.