ວັນທີ 25 ກໍລະກົດ​ 2021​​ ທົ່ວປະເທດກວດພົບຜູ້ ຕ ິ ດ ເ ຊ ື ້ ອ ໂ ຄ ວ ິ ດ ໃໝ່​ 142 ກໍລະນີ

0
515

ວັນທີ 25 ກໍລະກົດ​ 2021​​ ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່​ 142 ກໍລະນີ ສະຫຼຸບ​ ສະຖານະການລະບາດຂອງພະຍາດໂຄວິດ​ ຈາກຄະນະເພາະກິດ​ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່​ 142 ຕົວຢ່າງ​ , ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ ຈຳນວນ : 11 ຄົນ (ເປັນກໍລະນີນຳເຂົ້າ) ,ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ:​ 45 ຄົນ (ເປັນກໍລະນີນຳເຂົ້າ), ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 83 ຄົນ (ເປັນກໍລະນີນຳເຂົ້າ),ແຂວງຄຳມ່ວນມີຜູ້ຕິດເຊື້ອໂຄວິດ ຈຳນວນ : 1 ຄົນ (ເປັນກໍລະນີນຳເຂົ້າ) , ແຂວງສາລະວັນມີຜູ້ຕິດເຊື້ອໂຄວິດ ຈຳນວນ : 1 ຄົນ (ເປັນກໍລະນີນຳເຂົ້າ) , ແຂວງບໍລິຄຳໄຊມີຜູ້ຕິດເຊື້ອໂຄວິດ ຈຳນວນ : 1 ຄົນ (ເປັນກໍລະນີນຳເຂົ້າ)

ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ