ວັນຈັນ:ການງານ ຄວາມສາມາດໃນການການເຮັດວຽກງານລະອຽດອ້ອມຄອບຈະເໝາະກັບງານສິນປະແລະງານບັນເທີງ ການເງິນ ຫາໄດ້ຫຼາຍກໍໃຊ້ຫລາຍເປັນເງົາຕາມຕົວລະມັດລະວັງການໃຊ້ຈ່າຍວາງແຜນໃຫ້ອ້ອມຄອບ ຄວາມຮັກ ຍັງຄົງລັງເລໃນເລື່ອງຂ່າວຄາວດ້ານຄວາມຮັກເພາະຍັງບໍ່ໄດ້ຮັບຄວາມຊັດເຈນປານໃດ
ວັນຄານ:ການງານ ຮູ້ວ່າຕ້ອງແກ້ບັນຫາສະເພາະໜ້າໃຫ້ດີ ໃນການຕັດສິນໃຈຂອງທ່ານ ການເງິນ ມີງົບນ້ອຍໃຊ້ຈ່າຍບໍ່ປະມາດກໍເຮັດໃຫ້ມີເງີນພໍເຫຼືອເກັບຢູ່ນັ້ນເອງ ຄວາມຮັກ ຍັງຄົງບໍ່ສະບາຍໃຈດ້ານຄວາມຮັກຈຶ່ງຄິດຫາທີ່ປຶກສາທີ່ດີໆທີ່ພໍຈະແນະນຳການຕັດສິນໃຈທີ່ຖືກຕ້ອງແກ່ທ່ານ
ວັນພຸດ:ການງານ ຍັງມີຄວາມພະຍາຍາມທີ່ສົ່ງຜົນຕໍ່ຄວາມບໍ່ຫຍໍ້ທໍ້ຕໍ່ອຸປະສັກຕ່າງໆຈຶ່ງເຮັດໃຫ້ເກີດໂຊກ ການເງິນ ຫາເຂົ້າມາໄດ້ກໍຕ້ອງຈ່າຍກ່ຽວກັບການຊ່ວຍເຫລືອບໍລິວານອອກໄປຢ່າງວ່ອງໄວ ຄວາມຮັກ ຍັງຄົງຍຶດໝັ່ນກັບຄົົນທີ່ທ່ານຄາດຝັນຢູ່ເຖິງແມ່ນຈະມີເລື່ອງຂັດແຍ້ງກັນດ້ວຍກໍຕາມ
ວັນພະຫັດ:ການງານ ຈະພົບອຸປະສັກທີ່ນ້ອຍໆແຕ່ຖ້າໃຊ້ຄວາມພະຍາຍາມຫລາຍໆກໍຈະພົບຄວາມສຳເລັດໄດ້ ການເງິນ ຍັງຄົງບໍ່ພໍໃຈກັບລາຍໄດ້ທີ່ພຶງມີຈຶ່ງຄວາມພະຍາຍາມຄິດຄົ້ນວິທີຫາລາຍໄດ້ເຂົ້າມາເພິ່ມເຕິມ ຄວາມຮັກ ມີໂອກາດພົບຄູ່ຄົົນທີ່ຖືກໃຈທີ່ມີລັກສະນະນິໃສໃຈຄໍທີ່ໃຈຮ້ອນຄືໆກັນ
ວັນສຸກ:ການງານ ບໍ່ມີເລື່ອງທີ່ຍາກຫາກແກ້ບັນຫາດ້ວຍຕົນເອງໄດ້ໂດຍບໍ່ຕ້ອງພຶງພາໃຜປານໃດ ການເງິນ ການເງີນໄດ້ຈາກຄວາມພະຍາຍາມແຕ່ກໍມີເລື່ອງທີ່ຈຳເປັນຕ້ອງໃຊ້ຈ່າຍອອກໄປເລື່ອຍໆ ຄວາມຮັກ ຮູ້ໃນໃຈແລ້ວວ່າຈະເລືອກໃຜແຕ່ຕິດທີ່ວ່າເວລາທີ່ຈະມີໃຫ້ກັນບໍ່ຄ່ອຍຫລາຍພໍ
ວັນເສົາ:ການງານ ບໍ່ຄວນລົງທຶນເຮັດຫຍັງໃນຊ່ວງນີ້ຄວນຕຽມແຜນງານທີ່ດີແລ້ວຖ້າຈັງຫວະດີໆແລ້ວຄ່ອຍລົງທຶນກໍຈະດີກວ່າ ການເງິນ ຈະໄດ້ເງີນຈາກການເຈລະຈາທີ່ດີຈະມີໂຊກໃນແບບທີ່ບໍ່ຈຳເປັນຕ້ອງອອກແຮງ ຄວາມຮັກ ຍັງຄົງຮັກໝັ່ນກັບຄົົນທີ່ດີຂອງທ່ານຢູ່ສຳລັບຜູ້ທີ່ຍັງບໍ່ມີໃຜກໍມີໂອກາດພົບຄູ່ຄອງ
ວັນອາທິດ:ການງານ ການໃສ່ໃຈລາຍລະອຽດໃນການເຮັດວຽກງານຖືວ່າເປັນຂໍ້ດີຂອງທ່ານທີ່ສາມາດສ້າງຜົນງານທີ່ເປັນເລີດໄດ້ ການເງິນ ລະວັງເລື່ອງການເຊັນຄ້ຳປະກັນເງີນກູ້ໃຫ້ກັບໃຜວ່າງແຜນການໃຊ່ຈ່າຍໃຫ້ອ້ອມຄອບ ຄວາມຮັກ ຈະພົບຄົນຮັກທີ່ຈະນຳຄວາມຫມັ້ນຄົງແລະຄວາມສະບາຍມາສູ່ທ່ານໄດ້ແຕ່ຕ້ອງລະວັງເລື່ອງອາລົມໃຈຮ້ອນ