ແຂວງວຽງຈັນ ຈະເລີ່ມເປີດສັກວັກຊີນປ້ອງກັນພະຍາດໂຄວິດ-19 ຈອນສັນແອນຈອນສັນ ນັບແຕ່ວັນທີ 26 ກໍລະກົດ ຫາ ວັນທີ 10 ສິງຫາ 2021 ຕາມໂກຕ້າທີ່ລັດຖະບານ ກໍຄື ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງແບ່ງປັນໃຫ້ 80.000 ກ່ວາໂດສ.
ດຣ ອິນປອນ ມະນີແສງ, ຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ ໃຫ້ສໍາພາດວ່າ: ສໍາລັບເປົ້າໝາຍທີ່ຈະໄດ້ສັກວັກຊີນຢູ່ແຂວງວຽງຈັນ ໃນຄັ້ງນີ້ ແມ່ນເລັ່ງໃສ່ 3 ກຸ່ມ
ເປົ້າໝາຍ ຄື: ແພດໝໍທີ່ພາດໂອກາດສັກວັກຊີນໃນໄລຍະຜ່ານມາ, ຜູ້ສູງອາຍຸ 60 ປີຂຶ້ນໄປ ຫລື ຜູ້ມີອາຍຸ 18 ປີຂຶ້ນໄປທີ່ມີພະຍາດຊໍ້າເຮື້ອ ແລະ ຜູ້ທີ່ມີການພົວພັນກັບ
ຊຸມຊົນທາງສັງຄົມ ໂດຍໄດ້ກໍານົດເອົາໂຮງໝໍແຂວງ, ໂຮງໝໍທະຫານ, ໂຮງໝໍເມືອງ ແລະ ໂຮງໝໍນ້ອຍທຸກແຫ່ງໃນທົ່ວແຂວງ ເປັນຈຸດບໍລິການສັກວັກຊີນ, ເລີ່ມໃຫ້ບໍລິການພ້ອມກັນແຕ່ເວລາ 8 ໂມງ ຫາ 16 ໂມງ ໃນເວລາລັດຖະການ. ດັ່ງນັ້ນ ຜູ້ທີ່ໄດ້ລົງທະບຽນໄວ້ແລ້ວຈົ່ງໄປສັກວັກຊີນຕາມເວລາ ແລະ ສະຖານທີ່ທີ່ຄະນະສະເພາະກິດ
ຂອງແຂວງ ແລະ ເມືອງກໍານົດໄວ້ ເພື່ອສ້າງພູມຄຸ້ມກັນໃຫ້ຕົນເອງໃນການປ້ອງກັນພະຍາດໂຄວິດ-19.ສໍາລັບແຂວງວຽງຈັນ ມາຮອດວັນທີ 21 ກໍລະກົດນີ້ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມທັງໝົດ 68 ຄົນ, ໃນນີ້ ປິ່ນປົວດີ 63 ຄົນ ແລະ ສືບຕໍ່ປິ່ນປົວ 5 ຄົນ. ໃນຈໍານວນ 68 ຄົນທີ່ຕິດເຊື້ອມີຢູ່ເມືອງໂພນໂຮງ 55 ຄົນ, ເມືອງໝື່ນ 6 ຄົນ, ເມືອງແກ້ວອຸດົມ 4 ຄົນ, ວຽງຄໍາ, ທຸລະຄົມ ແລະ ເມືອງເຟືອງ ເມືອງລະ 1 ຄົນ.
Cr: ບຸນຕຽງ ຈັນທະວົງ