ຊ່ວງນີ້ຖືໄດ້ວ່າຂ່າວທີ່ພວກເຮົາເສບກັນທຸກມື້ນັ້ນ ປະຕິເສດບໍ່ໄດ້ເລີຍວ່າມັນຮຸນແຮງ ມັນເສົ້າ ແລະ ເຮັດໃຫ້ຫຼາຍຄົນກັງວົນກັບສະຖານະການ ການລະບາດຂອງພະຍາດໂຄວິດ-19 ບໍ່ໜ້ອຍ. ດັ່ງນັ້ນ ຂ່າວນີ້ ແອັດຂໍນໍາສິ່ງສວຍໆງາມໆ ມາລໍ້ຕາລໍ້ໃຈ ປ່ຽນບັນຍາກາດກັນແນ່ເລກນ້ອຍ.
ສິ່ງທີ່ແອັດກ່າວມາຂ້າງເທິງແມ່ນເພື່ອຢາກນໍາສະເໜີພາບເຫຼົ່ານີ້ ພາບທຸລຽນຫຼາກສີ ທີ່ເຫັນແລ້ວບໍ່ຢາກກິນເລີຍເພາະມັນງາມຫຼາຍ, ເຊິ່ງທຸລຽນເຫຼົ່ານີ້ແມ່ນຢູ່ຕ່າງປະເທດ ເປັນທຸລຽນປ່າ ເທິງເກາະບໍນຽວ ປະເທດມາເລເຊຍ.
ນອກຈາກນີ້ມັນຍັງມີຢູ່ໃນພື້ນທີ່ຊາບາ ຊາຣາວັກ ແລະ ພື້ນທີ່ ກາລິມັນຕັນ ອິນໂດເນເຊຍ ຊື່ທີ່ເອີ້ນອາດອຕກຕ່າງກັນໄປຕາມທ້ອງຖິ່ນ ປັດຈຸບັນເລີ່ມນໍາທຸລຽນມາປູກໃນສວນ ໝາກໄມ້ຊະນິດນີ້ມີຂາຍຢູ່ທຢ່ວໄປໃນແຕ່ລະທ້ອງຖິ່ນ.
ໃນອິນໂດເນເຊຍໝາກໄມ້ຊະນິດນີ້ເອີ່ນວ່າ ປາກີນີ ໝາກໄມ້ຈາກເກາະບໍນຽວຄ້າຍຄືກັບທຸລຽນແຕ່ບໍ່ແມ່ນທຸລຽນ, ສ່ວນໃນມາເລເຊຍເອີ້ນທຸລຽນປ່າ