ລັອກດາວແລ້ວ ທ່າແພສອງຄອນຫຼັງພົບຜູ້ກັກຕົວ 14 ວັນຕິດເຊື້ອ

0
207

ເປັນຂ່າວດ່ວນທີ່ສຸດສຳລັບຊາວແຂວງສະຫວັນນະເຂດ ຕອນນີ້ແມ່ນບໍ່ສາມາດໄປເຂດທ່າແພແລ້ວເດີ້ ເນື່ອງຈາກເພິ່ນປະກາດລັອກດາວເປັນເວວ 14 ວັນ ຄົນໃນຫ້າມອອກຄົນນອກຫ້າມເຂົ້າ ເພາະພົບຜູ້ກັກບໍລິເວນຄົບ 14 ວັນກັບບ້ານແລ້ວແຕ່ກັບຕິດເຊື້ອໂຄວິດ-19.


ໂດຍເຈົ້າເມືອງໆ ສອງຄອນ ແຂວງ ສະຫວັນນະເຂດ ໄດ້ແຈ້ງການວ່າ: ໄດ້ມີການກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ພາຍໃນເມືອງ 01 ກໍລະນີ ເປັນເພດຍິງ ອາຍຸ 16 ປີ, ອາຊີບ ເຮັດນາ ບ້ານຢູ່ ທ່າແພ ເມືອງ ສອງຄອນ ແຂວງ ສະຫວັນນະເຂດ ເຊີ່ງຜູ້ກ່ຽວໄດ້ກັບມາແຕ່ເຮັດວຽກຢູ່ປະເທດໄທ ແລະ ໄດ້ຜ່ານການກັກຕົວຢູ່ສູນກັກກັ້ນຂອງແຂວງຄົບ 14 ວັນ ແລະ ໄດ້ຮັບອະນຸຍາດອອກຈາກສູນກັກກັນຂອງແຂວງໃນວັນທີ 17 ກໍລະກົດ 2021 ແລ້ວກັບມາບ້ານ.

ໃນເວລາກັບມາຮອດບ້ານມີອາການເຈັບໜ້າເອີກແລ້ວພີ່ນ້ອງໄດ້ພາມາກວດຢູ່ໂຮງໝໍຊຸມຊົນເມືອງສອງຄອນ ແລ້ວຖືກນຳໄປນອນຢູ່ຫ້ອງແຍກປ່ຽວເພື່ອຕິດຕາມອາການ ມາຮອດວັນທີ 21 ກໍລະກົດ 2021 ຜົນກວດເຊື້ອເປັນຜົນບວກ
ແຕ່ໄລຍະເດີນທາງກັບບ້ານຜູ້ກ່ຽວໄດ້ມີການສໍາພັດໃກ້ສິດກັບຄົນເປັນຈຳນວນຫຼາຍ ແລະ ມີຄວາມສ່ຽງສູງໃນການແຜ່ເຊື້ອໃຫ້ຄົນອື່ນ.


ດັ່ງນັ້ນ, ເຈົ້າເມືອງໆ ສອງຄອນ ຈົ່ງອອກແຈ້ງການໃຫ້ປີດບ້ານ (ລ໋ອກດາວ) ບ້ານທ່າແພ, ບ້ານໜອງຍໍ (ຄຸ້ມບ້ານໃໝ່ລະດອນສີ) ບ້ານໜອງເມັກ (ຄຸ້ມບ້ານຕານຕີ້ວ) ບ້ານໂນນສຳລານ ແລະ ໃຫ້ລ໋ອກດາວຄອບຄົວຜູ້ສໍາພັດໃກ້ຊິດກັບທາມລາຍ ເປັນເວລາ 14 ວັນ.