ດ່ານວັງເຕົ່າ​ແຂວງຈຳປາສັກ​ມີແຮງງານເດີນທາງກັບມາບ້ານບໍ່ຂາດແຕ່ລະວັນ

0
304

ວັນທີ 26 ກໍລະກົດ 2021 ທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ປັດຈຸບັນນີ້ພາຍໃນແຂວງໄດ້ກວດພົບຈຳນວນຜູ້ຕິດເຊື້ອຫລາຍສິບຄົນໃນແຕ່ລະວັນຕິດຕໍ່ກັນ ເນື່ອງຈາກວ່າໃນປະເທດເພື່ອນບ້ານກຳລັງມີການລະບາດເປັນວົງກວ້າງ ແລະ ໄດ້ມີການລັອກດາວຫລາຍພື້ນທີ່ ເຮັດໃຫ້ແຮງງານລາວທີ່ໄປເຮັດວຽກຢູ່ປະເທດເພື່ອນບໍ່ມີວຽກເຮັດຈຶ່ງໄດ້ເດີນທາງກັບເຂົ້າມາບ້ານເກີດເມືອງນອນ ແຕ່ລະມື້ມີແຮງງານລາວເຂົ້າມາຜ່ານດ່ານສາກົນວັງເຕົ່າຈຳນວນຫລາຍຮ້ອຍຄົນຕໍ່ວັນ ໃນວັນທີ່ 24 ກໍລະກົດ 2021 ຜ່ານມາ ມີແຮງງານເຂົ້າມາ 255 ຄົນ ແລະ ຄາດວ່າຍັງຈະສືບຕໍ່ເຂົ້າມາເລື້ອຍໆ.

ຕັ້ງແຕ່ເກີດມີການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ມາຮອດວັນທີ 26 ກໍລະກົດ 2021 ນີ້ ມີຜູ້ຕິດເຊື້ອສະສົມທັງໝົດ 1.438 ຄົນ, ໃນນີ້ຕິດເຊື້ອພາຍໃນຊຸມຊົນ 137 ຄົນ ແລະ ຕິດເຊື້ອຈາກແຮງງານນຳເຂົ້າ 1.301 ຄົນ, ປົວດີກັບບ້ານແລ້ວ 643 ຄົນ, ຍັງສືບຕໍ່ປິ່ນປົວ 795 ຄົນ ຄື: ແຂວງຈຳປາສັກ 546 ຄົນ, ສາລະວັນ 209 ຄົນ, ສະຫວັນນະເຂດ 22 ຄົນ, ເຊກອງ 6 ຄົນ, ຄຳມ່ວນ 4 ຄົນ, ບໍລິຄຳໄຊ 2 ຄົນ, ອັດຕະປື 6 ຄົນ ແລະ ຍັງມີແຮງງານກັກໂຕຢູ່ສູນ ທັງໝົດ 1.072 ຄົນ.