ບໍ່ຄວນສັກວັກຊິນຫຼາຍຊະນິດປະສົມກັນ ແລະ ບໍ່ຄວນສັກເພີ່ມຈາກຈຳນວນເຂັມທີ່ແນະນຳ

0
304

ບໍ່ຄວນສັກວັກຊິນຫຼາຍຊະນິດປະສົມກັນ ແລະ ບໍ່ຄວນສັກເພີ່ມຈາກຈຳນວນເຂັມທີ່ແນະນຳ ສຳລັບການສັກວັກຊິນຫຼາຍຊະນິດປະສົມກັນ ຫຼື ສັກວັກຊິນເຂັມທີ 3 ເພີ່ມຈາກຈຳນວນທີ່ໄດ້ແນະນຳນັ້ນ ເຫັນວ່າມາຮອດປັດຈຸບັນຂໍ້ມູນຂອງບັນດານັກວິທະຍາສາດຄົ້ນຄວ້າຍັງມີໜ້ອຍ ແລະ ຍັງບໍ່ທັນໄດ້ມີຂໍ້ມູນຢັ້ງຢືນຈະແຈ້ງເທື່ອ ທີ່ສຳຄັນທາງອົງການອະນາໄມໂລກຍັງບໍ່ແນະນຳໃຫ້ສັກວັກຊິນປະສົມກັນຫຼາຍຊະນິດ ແລະ ບໍ່ແນະນຳໃຫ້ສັກເພີ່ມຈາກຈຳນວນເຂັມທີ່ແນະນຳໃຫ້ສັກ ຊຶ່ງວັກຊິນທີ່ໄດ້ສັກໃນໄລຍະຜ່ານມາເຫັນວ່າມີຄວາມ

ສາມາດພຽງພໍໃນການປ້ອງກັນບໍ່ໃຫ້ຕິດເຊື້ອທີ່ຮຸນແຮງ ແລະ ບໍ່ໃຫ້ເກີດການເສຍຊີວິດ. ທ່ານ ມາຍຟອງ ມາຍຊາຍ ຮອງອະທິການບໍດີ ມະຫາວິທະຍາໄລວິທະຍາສາດສຸຂະພາບ ໄດ້ໃຫ້ສຳພາດຜ່ານລາຍການໂທລະພາບສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກວ່າ: ວັກຊິນປ້ອງກັນພະຍາດໂຄວິດ-19 ເປັນຄວາມຫວັງຂອງມວນມະນຸດພວກເຮົາເພື່ອຢັບຢັ້ງການລະບາດຂອງພະຍາດດັ່ງກ່າວໃຫ້ຢຸດຕິລົງໂດຍໄວ, ສະນັ້ນ ການສັກວັກຊິນປ້ອງກັນໂຄວິດ-19 ຈຶ່ງມີຄວາມໝາຍ-ຄວາມສຳຄັນທີ່ສຸດ ເພື່ອປ້ອງກັນ

ໂຕເຮົາເອງບໍ່ໃຫ້ຕິດເຊື້ອ ຫຼື ຖ້າຫາກຕິດເຊື້ອກໍຈະບໍ່ມີອາການຮຸນແຮງ ສາມາດປ້ອງກັນການເສຍຊີວິດໄດ້, ຕໍ່ກັບສັງຄົມຖ້າຫາກພວກເຮົາທຸກຄົນໄດ້ສັກວັກຊິນປ້ອງກັນພະຍາດໂຄວິດ-19 ໄດ້ຫຼາຍກວມ 70% ຂຶ້ນໄປຈະເຮັດໃຫ້ມີພູມຄຸ້ມກັນໝູ່ ແລະ ເຮັດໃຫ້ທຸກຄົນມີຄວາມປອດໄພ ຈະນໍາໄປສູ່ການຢັບຢັ້ງພະຍາດດັ່ງກ່າວໃຫ້ຫຼຸດໜ້ອຍຖອຍລົງ, ສະນັ້ນ ການສັກວັກຊິນປ້ອງກັນພະຍາດໂຄວິດ-19 ຈຶ່ງມີຄວາມໝາຍ-ຄວາມສຳຄັນທີ່ສຸດ ສົມທົບກັບມາດຕະການປ້ອງກັນຂອງຄະນະສະເພາະກິດວາງອອກຍິ່ງເຮັດໃຫ້ການລະບາດຂອງ

ພະຍາດໂຄວິດ-19 ຢຸດຕິໂດຍໄວໃນອະນາຄົດ.ທ່ານໃຫ້ຮູ້ອີກວ່າ: ໃນ ສປປລາວ ມີວັກຊິນກັນພະຍາດໂຄວິດ-19 5 ຊະນິດຄື: ວັກຊິນສະປຸກນິກວີຂອງປະເທດຣັດເຊຍ, ຊີໂນຟາມຂອງ ສປ ຈີນ, ແອສຕາເຊເນກາ ຂອງປະເທດອັງກິດ, ໄຟເຊີ ຂອງສະຫະລັດອາເມຣິກາ ແລະ ວັກຊິນຈອນສັນແອນຈອນສັນ ສັງລວມແລ້ວມາຮອດປັດຈຸບັນພວກ

ເຮົາມີວັກຊິນນໍາໃຊ້ຢູ່ ສປປ ລາວ 5 ຊະນິດ, ພິເສດສຳລັບວັກຊິນຈອນສັນແອນຈອນສັນ ແມ່ນສັກພຽງຄັ້ງດຽວ ຊຶ່ງມີຄວາມແຕກຕ່າງຈາກວັກຊິນຊະນິດອື່ນທີ່ສັກ 2 ເຂັມ, ວັກຊິນຈອນສັນແອນຈອນສັນເຖິງຈະສັກພຽງເຂັມດຽວ ແຕ່ປະສິດທິພາບ ແລະ ປະສິດທິຜົນໃນການປ້ອງກັນດີຄືກັນກັບວັກຊິນຊະນິດອື່ນ ມີປະສິດທິພາບປະສິດທິຜົນສູງໃນການປ້ອງກັນ ສັກໄປແລ້ວຈະສ້າງພູມຄຸ້ມກັນສາມາດປ້ອງກັນພະຍາດໂຄວິດ-19 ໄດ້ ບໍ່ເຮັດໃຫ້ຕິດເຊື້ອພະຍາດຮຸນແຮງ ແລະ ປ້ອງກັນການເສຍຊີວິດ.