ຊາວແຂວງສະຫວັນນະເຂດ ກຽມໄປສັກວັກຊິນຕາມຈຸດທີ່ໄດ້ກຳນົດໄວ້ນີ້

0
838

ເຊື່ອວ່າເປັນການລໍຄອຍຢ່າງໃຈຈົດໃຈຈໍ່ຂອງປະຊາຊົນລາວທົ່ວປະເທດ ສຳລັບ ການສັກວັກຊີນ ໃນແຕ່ລະຮອບທີ່ໄດ້ມີການກຳນົດອອກມາ ແລະ ຈາກທີ່ໄດ້ຮັບຮູ້ກັນແລ້ວວ່າ ສປປ ລາວ ໄດ້ຮັບການຊ່ວຍເຫຼືອວັກຊີນ Johnson & Johnson ຈາກລັດຖະບານ ສະຫາລັດອາເມລິກາ ໃນຈຳນວນ 1.008.000 ໂດສ ໃນນັ້ນໄດ້ມີການແຈກຢາຍໄປຕາມແຕ່ລະແຂວງໃນທົ່ວປະເທດ ລວມທັງແຂວງສະຫວັນນະເຂດທີ່ພົບຜູ້ຕິດເຊື້ອຫຼາຍ ແລະສ່ຽງຕໍ່ການຕິດເຊື້ອໃນຊຸມຊົນ.


ຕອນເຊົ້າວັນທີ 28 ກໍລະກົດ ພະແນກສາທາລະນະສຸກ ແຂວງ ສະຫວັນນະເຂດ ໄດ້ອັບເດດຂ່າວ ເພື່ອແຈ້ງໃຫ້ປະຊາຊົນພາຍໃນແຂວງ ຮັບຮູ້ ເຖິງຂໍ້ມູນຕ່າງໆ ກ່ຽວກັບການກຳນົດການສັກວັກຊີນ Johnson & Johnson ໂດຍຈະມີເລີ່ມສັກວັກຊີນດັ່ງກ່າວເລີ່ມແຕ່ 2-16 ສິງຫາ 2021 ແລະ ໄດ້ມີການກຳນົດຕາມຈຸດຕ່າງໆເພື່ອອີງໃສ່ຈຳນວນ ແລະ ຂໍ້ສະດວກຂອງປະຊາຊົນໃນແຕ່ລະພື້ນທີ່ ທີ່ໃກ້ຄຽງ.


ນະຄອນໄກສອນ ພົມວິຫານ: ປະກອບມີ: ສູນການຄ້າ ສະຫວັນ-ໄອເຕັກ, ວິທະຍາໄລຄູ ສະຫວັນນະເຂດ, ໂຮງໝໍແຂວງ (ສະເພາະບຸກຄະລາກອນທາງການແພດ, ຄົນເຈັບທີ່ມານອນປິ່ນປົວ ແລະ ພີ່ນ້ອງທີ່ມານອນເຝົ້າຕິດຕາມອາການ), ໂຮງໝໍທະຫານແຂວງ ແລະ ໂຮງໝໍ 6 ມິຖຸນາ (ໂຮງໝໍປກສ ແຂວງ).


ບັນດາເມືອງ: ແມ່ນຢູ່ໃນໂຮງໝໍເມືອງ 14 ເມືອງທົ່ວແຂວງ, ໂຮງໝໍ 109 (ໂຮງໝໍກອງພົນທີ 4 ເມືອງອຸທຸມພອນ)
ສຳລັບເງື່ອນໄຂໃນການຮັບວັກຊິນ Johnson & Johnson ແມ່ນ: ຜູ້ສູງອາຍຸ 60 ປີຂຶ້ນໄປ (ຍິງ-ຊາຍ), ຜູ້ທີ່ມີອາຍຸ 18 ປີຂຶ້ນໄປ ແຕ່ມີພະຍາດຊ້ຳເຮື້ອເຊັ່ນ: ພະຍາດເບົາຫວານ, ມະເຮັງ, ຕັບອັກເສບ ແລະ ພະຍາດອື່ນໆ…ໂດຍຕ້ອງຖືບັດປະຈຳຕົວມາພ້ອມ.


ສຳລັບວັນເວລາໃນການສັກວັກຊິນແມ່ນ ພາກເຊົ້າເລີ່ມແຕ່ 8:30 ຫາ 11:30 ໂມງ, ພາກແລງ 13:30 ຫາ 16:00 ໂມງ ໃຜສະດວກທາງໃດໄປບ່ອນນັ້ນ ຖ້າຍັງບໍ່ທັນຮອບນີ້ກໍລໍຖ້າຮອບຕໍ່ໄປ ວັກຊິນຍັງຈະທະຍອຍມາອີກຢູ່ ຂໍໃຫ້ພີ່ນ້ອງຊາວສະຫວັນປອດໄພທຸກຄົນ.