ເປັນເລື່ອງດີໆ ທີ່ຍົກໃຫ້ເຫັນວ່າ ເພິ່ນເບິ່ງແຍງ ແລະ ເປັນຫ່ວງເຮົາຢູ່ ສຳລັບແຮງງານທີ່ກັບມາຈາກປະເທດເພື່ອນບ້ານ ເພາະບັນຫາໜຶ່ງນອກຈາກໂຄວິດ ກໍບັນຫາປາກທ້ອງນິລະ ວຽກງານ ການທຳມາຫາກິນລ້ຽງຊີບ ຂອງແຕ່ລະຄົນ ຍັງໜ້າຫ່ວງ
ດັ່ງນັ້ນກໍດີໃຈແທນປະຊາຊົນ ແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານຍ້ອນໄດ້ຮັບຜົນກະທົບຈາກການ ແ ຜ່ ລ ະບາດຂອງພະຍາດໂຄວິດ-19, ໂດຍສະເພາະມາແຕ່ປະເທດໄທນັ້ນໄດ້ສ້າງຄວາມກັງວົນຫຼາຍດ້ານໃຫ້ແກ່ລັດຖະບານລາວເພື່ອກະກຽມແຜນຮອງຮັບໂດຍສະເພາະການຊອກວຽກເຮັດງານທຳໃຫ້ແຮງງານເຫຼົ່ານັ້ນໃນໄລຍະສັ້ນ ແລະ ໄລຍະຍາວຢູ່ພາຍໃນປະເທດ ເພາະຍັງບໍ່ຮູ້ວ່າພະຍາດໂຄວິດ-19 ຈະສິ້ນສຸດມື້ໃດ.
ເພື່ອກຽມຄວາມພ້ອມໃນໄລຍະຍາວໃນການສ້າງວຽກເຮັດງານທຳໃຫ້ແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານນັ້ນ ລັດຖະບານລາວໄດ້ມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເລັ່ງເກັບກຳຂໍ້ມູນ ແລະ ຂຶ້ນທະບຽນແຮງງານທີ່ກັບມານັ້ນ ໃຫ້ລະອຽດຊັດເຈນ ເພື່ອເປັນບ່ອນອີງໃນ ການຝຶກສີມືແຮງງານ ແລະ ໃຫ້ ປະສານກັບຂະແໜງການທີ່ກ່ຽວຂ້ອງເຊັ່ນ:
ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ບັນດາຫົວໜ່ວຍແຮງງານ, ໂຄງການລົງທຶນ ໃນການຈັດຫາວຽກເຮັດງານທຳໃຫ້ແຮງງານເຫຼົ່ານັ້ນໃນຕໍ່ໜ້າ, ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ອົງການປົກຄອງທ້ອງຖິ່ນ ເພີ່ມທະວີໂຄສະນາເ ຜີ ຍ ແ ຜ່ ແນວທາງນະໂຍບາຍ ຂອງພັກ-ລັດ ກໍຄືກົດໝາຍ
ແລະ ລະບຽບການ ກ່ຽວກັບແຮງງານ ໃຫ້ແກ່ແຮງງານລາວທີ່ກັບມາຈຳກັດບໍລິເວນໃນສູນ ເພື່ອໃຫ້ເຂົາເຈົ້າຮັບຮູ້, ເຂົ້າໃຈ, ຄົ້ນຄິດ, ຕັດສິນໃຈ ຊອກວຽກເຮັດງານທຳ ຢູ່ພາຍໃນປະເທດ ຫຼື ໄປອອກແຮງງານຢູ່ຕ່າງປະເທດແບບຖືກກົດໝາຍ.
ຂໍ້ມູນ: ສນຍ