ຈາກໂພສ Jien Vnb ໂພສວ່າ ພົມລິຄິດມີຢູ່ຈິງຟັງແລ້ວອາດຈະເວີ້ແຕ່ນີ້ຄືເລື່ອງຈິງທີ່ຂ້ອຍໂຊກດີທີ່ຮູ້ຈັກຜູ້ຍິງຄົນນີ້ຖ້າເຈົ້າບໍ່ຫຼົງທາງຢູ່ນ້ຳກັດຢໍລະປາມື້ນັ້ນເຮົາກໍ່ຄົງຈະບໍ່ໄດ້ມາເປັນຄູ່ຊີວິດກັນໃນມື້ນີ້ອາດຍາວແນ່ແຕ່ກໍ່ພີມໄປຍີ້ມໄປຄັ້ງແລກເຮົາເຈີກັນຢູ່ເສັ້ນທາງໄປນ້ຳກັດແຕ່ປີ 2016 ເຈົ້າມາກັບໝູ່ເຈົ້າ 4 ຄົນແລ້ວພາກັນຫຼົງທາງຕ້ອງການຂໍຄວາມຊ່ວຍເຫຼືອບັງເອີນຂ້ອຍກັບແມ່ໄປທາງນັ້ນພໍດີເລີຍໄດ້ບອກເສັ້ນທາງແລະແລກເບີກັນໄວ້ເພື່ອບາງທີ່ຕ້ອງການຄວາມຊ່ວຍເຫຼືອ
ແຕ່ຄັ້ງແລກທີ່ຂ້ອຍເຫັນຜູ້ຍິງຄົນນີ້ຫົວໃຈຂ້ອຍກໍ່ເຕັ້ນແຮງ ແຕ່ຄິດໄດ້ພຽງວ່າພຽງຄົນຫຼົງທາງທີ່ຕ້ອງການຄວາມຊ່ວຍເຫຼືອດຽວກໍ່ມິດໄປ ແຕ່ຜ່ານໄປ 3 ມື້ລາວທັກມາຂອບໃຈແຕ່ເຮັດໃຫ້ຂ້ອຍຍີ້ມໄດ້ໝົດມື້ ແລະ ຫຼັງຈາກນັ້ນມາເຮົາກໍ່ແຊັດຫຼີ້ນນຳກັນຕະຫຼອດແຕ່ໃນຖານະໝູ່ກັນເພາະຕອນນັ້ນລາວມີແຟນແລ້ວ
ຕະຫຼອດເວລາ 5 ປີທີ່ແຊັດທັກທາຍສະບາຍດີມີຫຍັງກໍ່ປຶກສາກັນມີຫຍັງລາວກໍ່ຈະມັກລະບາຍໃຫ້ຟັງເລື່ອງອາດີດແຟນລາວນອກໃຈ ຂ້ອຍກໍ່ຮູ້ສຶກອິຕົນລາວທຸກເທື່ອທີ່ໄດ້ຟັງແຕ່ກໍ່ເຮັດໄດ້ພຽງໃຫ້ກຳລັງໃຈຢູ່ຫ່າງໆ
ແລະ ຕໍ່ມາພວກຂ້ອຍກໍ່ໄດ້ເຫັນກັນຫຼາຍຂື້ນເນືື່ອງຈາກລາວມາວຽກ ເຫັນກັນເທື່ອທີ່ 2
ຄືລາວມາງານດອງໝູ່ກໍ່ໄດ້ແຕ່ຍ່າງຜ່ານ ແລະ ທັກທາຍສະບາຍດີກັນ ເຫັນກັນເທື່ອທີ່ 3 ຄືລາວເລີກກັບອາດີດແຟນແລ້ວມາພັກຢູ່ນ້ຳກັດຄົນດຽວແຕ່ຂ້ອຍກໍ່ເຮັດໄດ້ພຽງທັກທາຍສະບາຍດີແລະເປັນຫ່ວງໃນຖານະໝູ່ແບບເກົ່າ ແລະ ຄັ້ງທີ່ 4 ພວກເຮົາເຈີ້ກັນທີ່ນ້ຳກັດຄືລາວມາຖ່າຍສາລະຄະດີກັບທີມງານລາວ ພວກເຮົາເຈີ້ກັນພຽງແຕ່ໄລຍະສັ້ນໆໄດ້ລົມໄດ້ຍີ້ມໃສ່ກັນບໍ່ຮອດຊົ່ວໂມງ
ມື້ທີ່ລາວຈະກັບວຽງຂ້ອຍຮູ້ສຶກໃຈບໍ່ເປັນສຸກເລີຍກະວົນກະວາຍຢ້ານຈະບໍ່ໄດ້ເຈີ້ລາວອີກເລີຍຕັດສີນໃຈສາລະພາບບອກຄວາມໃນໃຈໃຫ້ລາວຮູ້ກໍ່ເລີຍຕ່າງຄົນຕ່າງຮູ້ຄວາມໃນໃຈກັນ ແລະ ລາວກໍ່ເລີກກັບແຟນລາວໄດ້ປີປາຍຂ້ອຍເລີຍຄິດວ່າອາດຈະຮອດເວລາທີ່ຈະບອກໄປແຕ່ຂ້ອຍໂຊກດີທີ່ບໍ່ຖືກລາວປະຕິເສດ
ພວກເຮົາເລີຍໃຊ້ເວລາຄົບກັນ6ເດືອນແລ້ວຕັດສີນໃຈມາໃຊ້ຊີວິດຮ່ວມກັນຫຼາຍຄົນອາດບໍ່ຮູ້ວ່າເປັນຫຍັງຄືໄວແທ້ໄປຮູ້ຈັກກັນຕອນໃດມື້ໃດ
ຂ້ອຍກັບລາວຮູ້ຈັກກັນມາກ່ອນແລ້ວຕະຫຼອດເວລາ5ປີທີ່ເປັນໝູ່ກັນມັນກໍ່ໄດ້ຮຽນຮູ້ນິດໄສໃຈຄໍກັນຫຼາຍຢ່າງຂ້ອຍວ່າມັນກໍ່ໂອເຄແລ້ວກັບເວລາທີ່ເໝາະສົມຄົນເຮົາຈະເປັນຄູ່ແທ້ບໍ່ຈຳເປັນຕ້ອງຄົບດູໃຈກັນເປັນປີໆ
ສຸດທ້າຍແລ້ວຂ້ອຍຢາກຂອບໃຈຜູ້ຍິງຄົນນີ້ທີ່ສອນຂ້ອຍໃຫ້ເປັນຜູ້ໃຫ່ຍຂື້ນຈາກທີ່ເປັນລູກຊາຍຫຼ້າລູກຊາຍຄົນດຽວເອົາແຕ່ໃຈສຸດທ້າຍໄດ້ມາຮຽນຮູ້ເຕີບໃຫ່ຍໃນທາງທີ່ ດີຂອບໃຈພໍ່ແມ່ຍາດຕິພີ່ນ້ອງທັງ2ຝ່າຍທີ່ຊ່ວຍເຫຼືອຊຸກຍູ້ເຮົາທັງ2ຈົນມີທຸກມຶ້ນີ້ຂ້ອຍຂໍສັນຍາຈາກລູກຜູ້ຊາຍຄົນ1ຈະດູແລເບິ່ງແຍງຜູ້ຍິງຄົນນີ້ໃຫ້ດີທີ່ສຸດຈະບໍ່ມີວັນເຮັດໃຫ້ເສຍໃຈຄືຄົນເກົ່າທີ່ລາວເຈີ້ຜ່ານມາ
ຂອບໃຈນ້ຳກັດຢໍ່ລະປາທີ່ເຮັດໃຫ້ເຮົາ2ຄົນມີກັນທຸກມມື້ນີ້ ຈາກໝູ່ເລື່ອນມາເປັນແຟນແລ້ວປັດຈຸບັນມາເປັນຄູ່ຊີວິດສຸດທ້າຍແລ້ວກໍ່ຂອບໃຈຍາດພີ່ນ້ອງໝູ່ຄູ່ທີ່ມາຮ່ວມງານໝັ້ນເຮົາໃນຄັ້ງນີ້ Noymaly Singkhamphanh
ຈາກ: Jien Vnb