ນີ້ອາດເປັນຂ່າວດີທີ່ສຸດຂອງຫຼາຍໆຄົນທີ່ບໍມີວຽກເຮັດງານທຳໃນໄລຍະນີ້ ເຊິ່ງພາຍຫຼັງທ່ານຮອງນາຍົກມີທິດຊີ້ນຳໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເກັບກຳຂໍ້ມູນ ແລະ ຂຶ້ນທະບຽນແຮງງານທີ່ກັບມາຈາກຕ່າງປະເທດ ໃຫ້ລະອຽດຊັດເຈນ ເພື່ອເປັນບ່ອນອີງໃນ ການຝຶກສີມືແຮງງານ ແລະ ປະສານກັບຂະແໜງການ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ບັນດາຫົວໜ່ວຍແຮງງານ ເພື່ອຫາວຽກເຮັດງານທຳໃຫ້ເຂົາເຈົ້າກໍ່ບໍ່ເຮັດໃຫ້ຜິດຫວັງ ຫຼ້າສຸດມີລາຍງານວ່າ ມີຫຼາຍກວ່າ 6000 ຕຳແໜ່ງການພາຍໃນປະເທດລໍຖ້າຢູ່.
ຈາກສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ເກີດຂຶ້ນນີ້ ເຮັດໃຫ້ຫຼາຍບໍລິສັດຕ້ອງຮັດສາຍແອວໃນງາຍຈ່າຍ ເພື່ອການຄົງຢູ່ຂອງທຸລະກິດ, ມີຫຼາຍທຸລະກິດກໍ່ໄປບໍລອດເພາະຂາດທຶນ ແລະບໍສາມາດເປີດບໍລິການໄດ້ ຈຳເປັນຕ້ອງໄດ້ຢຸດໃນການດຳເນີນທຸລະກິດ ນັ້ນເປັນສາເຫດໃຫ້ເກີດມີໄພວ່າງງານຫຼາຍ, ການຊອກວຽກເຮັດງານທຳກໍ່ບໍ່ແມ່ນເລື່ອງງ່າຍ ບັນຫານີ້ເກີດຂຶ້ນບໍ່ສະເພາະແຕ່ບ້ານເຮົາແຕ່ເປັນໄປທົ່ວໂລກ.
ແນວໃດກໍ່ຕາມ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະໃຫ້ຄົນໃນໄວເຮັດວຽກໄດ້ມີວຽກເຮັດງານທຳ ລັດຖະບານແມ່ນບໍ່ໄດ້ນີ້ງເສີຍ ທັງຊອກທຸກວິທີທາງ ເພື່ອຊ່ວຍເຂົາເຈົ້າເຫຼົ່ານັ້ນ.ຕາມຂໍ້ມູນຈາກການລາຍງານຂອງເວັບໄຊ ບໍລິການຈັດຫາງານສາທາລະນະຊົນ ໄດ້ແຈ້ງວ່າ: ໃນປັດຈຸບັນມີ ຫຼາຍບໍລິສັດທີ່ມີການຮັບພະນັກງານ ເຊິ່ງຕ້ອງການຫຼາຍກວ່າ 6.000 ຕຳແໜ່ງ ແລະ ຖືວ່າເປັນຂ່າວດີສຳລັບຜູ້ທີ່ກຳລັງຊອກວຽກເຮັດງນທຳຢູ່ໃນປັດຈຸບັນ ທີ່ບໍ່ຄວນພາດໃນການສະໝັກ.
ສຳລັບຜູ້ທີ່ສົນໃຈແມ່ນສາມາດຂຶ້ນທະບຽນ ຄວາມຕ້ອງການເຮັດວຽກ ນຳສູນບໍລິການຈັດຫາງານ ຫຼື ຕິດຕໍ່ບໍລິສັດທີ່ມີລາຍຊື່ ແລະ ຕ້ອງການພະນັກງານໂດຍກົງ (ຈະຂຶ້ນເບີໂທ ແລະ ເວັບໄຊໃຫ້ດ້ານລຸ່ມ)ເພື່ອຈະໄດ້ມີການປຶກສາ ສອບຖາມກ່ຽວກັບສະພາບຕ່າງໆ ກໍ່ຈະເປັນການດີ ເຊິ່ງລາຍລະອຽດທັງໝົດມີດັ່ງນີ້.ບໍລິສັດ ອາລີພັດທະນາກະສິກຳ:ກຳມະກອນປູກກ້ວຍ120 ຄົນ/ຍິງ 60 ບໍ່ຈຳກັດການສຶກສາ ເງິນເດືອນ500.000 ກີບ(ໂທ 030 4541 576)ບໍລິສັດ ຫວາຫວຸ້ຍ ສາຂາ1:ກຳມະກອນປູກກ້ວຍ100 ຄົນ/ ຍິງ 50 ບໍ່ຈຳກັດການສຶກສາເງິນເດືອນ500.000 ກີບ(ໂທ 020 55221319)
ບໍລິສັດ ຊິນຖາພັດທະນາກະສິກຳສາຂາ1:ກຳມະກອນປູກກ້ວຍ80 ຄົນ/ຍິງ40 ບໍ່ຈຳກັດການສຶກສາ ເງິນເດືອນ500.000 ກີບ(ໂທ 020 5994 0938) ,ບໍລິສັດຫວາຫວຸ້ຍສາຂາ2:ກຳມະກອນປູກກ້ວຍ80 ຄົນ/ຍິງ40 ບໍ່ຈຳກັດການສຶກສາ500.000 ກີບ(ໂທ 020 5538 0960) , ບໍລິສັດແອວກາເມັນ: 1ຫຍິບໂສ້ງ120 ຄົນ/ຍິງ ອາຍຸ 18 ຂຶ້ນໄປ ຈົບປໍ 5 ເງິນເດືອນ100.000 ກີບແລະ2 ກວດເຄື່ອງ30 ຄົນ/ຍິງ ອາຍຸ 19 ຂຶ້ນໄປ ຈົບປໍ 5 ເງິນເດືອນ1.100.000 ກີບ(ໂທ 55668828) , ໂຮງງານຢາມາເກັນ ອັບພາເຣວ:ປະກອບສ່ວນເສື້ອຜ້າ70 ຄົນ/ຍິງ 60, ອາຍຸ 18-30 ຈົບປະຖົມເງິນເດືອນ 1.100.000 ກີບ( ໂທ 021 710819)
ໂຮງງານ ອິນທີເມດແຟຊັ່ນອາບີລາວ:ຕັດຫຍິບ41ຄົນ/ຍິງ 38, ອາຍຸ 18 ຂຶ້ນໄປ ຈົບປໍ 5ເງິນເດືອນ 1.100.000 ກີບ(ໂທ 021 776636) , ບໍລິສັດວຽງຈັນເຈຍລະໄນເພັດຈຳກັດ: 102 ຄົນ/ຍິງ 1, ອາຍຸ 18 ຂຶ້ນໄປ ສາມາດອ່ານຂຽນໄດ້ເງິນເດືອນ 1.100.000ກີບ (021 417066, 030 5433303) ,ບໍລິສັດ ຊີເຄແອວຈຳກັດ: ຫຍິບເກີບ300 ຄົນ/ຍິງ 200, ອາຍຸ 18 ຂຶ້ນໄປ ບໍ່ຈຳກັດການສຶກສາເງິນເດືອນ 1.100.000 ກີບ(ໂທ021463221)
ບໍລິສັດໂນຢາ: 4.000 ຄົນ ອາຍຸ 18 ຂຶ້ນໄປ ບໍ່ຈຳກັດການສຶກສາເງິນເດືອນ 1.400.000-2.500.000 ກີບ(ໂທ 02052535228), ບໍລິສັດທຣີໂອລາວ ເອັກປອດຈຳກັດ:300 ຄົນ (ໂທ 021 63206875), ບໍລິສັດຊານຕິກສ໌ ແລະ ບໍລິສັດຊັນເຕ້ລາວ2:200 ຄົນເງິນເດືອນ 1.300.000-1.400.000 ກີບ(ໂທ 201 671011
ບໍລິສັດຕຣີມາກສ໌ຈຳກັດ: 200 ຄົນ(ໂທ 021 212089, 020 5431 7748, 020 5868 1725)
ສຳລັບຕ່າງແຂວງຕິດຕໍ່ສອບຖາມທີ່: ນະຄອນຫຼວງວຽງຈັນ (856-21) 2640498 , ແຂວງ ຫຼວງນ້ຳທາ (856-30) 4826 725 , ແຂວງ ອຸດົມໄຊ (856-30) 4601 389 , ແຂວງ ບໍ່ແກ້ວ (856-84) 211 897 , ແຂວງ ຫຼວງພະບາງ (856-71) 260 346 , ແຂວງ ຫົວພັນ (856-30) 5206 446 , ແຂວງ ໄຊຍະບູລີ (856-74) 211 085 , ແຂວງ ຊຽງຂວາງ (856-30) 567 110 , ແຂວງ ວຽງຈັນ (856-23) 431 018 , ແຂວງ ບໍລິຄຳໄຊ (856-54) 791 022
ແຂວງ ຄຳມ່ວນ (856-51) 212 185 , ແຂວງ ສະຫວັນເຂດ (856-41) 212 023 , ແຂວງ ສາລະວັນ (856-34) 211 045 , ແຂວງ ເຊກອງ (856-38) 211 019 , ແຂວງຈຳປາສັກ (856-31) 212 050 , ແຂວງ ອັດຕະປື (856-36) 211 037