ປະກາດດ່ວນ ຫົວໜ້າຄະນະສະເພາະກິດນະຄອນຫຼວງ ສະເຫນີໃຫ້ລ໋ອກດາວ ເມືອງສັງທອງ ນະຄອນຫຼວງວຽງຈັນ ນັບແຕ່ເວລາ 22:00 ໂມງຂອງວັນທີ 30 ກໍລະກົດ 2021 ເປັນຕົ້ນໄປ, ເພື່ອເປັນການປ້ອງກັນຄວາມສ່ຽງທີ່ອາດແຜ່ກະຈາຍການຕິດເຊື້ອໃນຊຸມຊົນ ແລະ ມີຜູ້ສຳຜັດໃກ້ຊິດເປັນດາວກະຈ່າຍເປັນວົງກວ້າງໄປທົ່ວເມືອງ.
ອຳນາດການປົກຄອງເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ແຈ້ງໃຫ້ຄະນະສະເພາະກິດນະຄອນຫຼວງວຽງຈັນ:
1. ປະຊາຊົນ ບ້ານສຳພັນນາ 01 ຄົນ ເພດຍິງ ອາຍຸ 36 ປີ ກັບມາຈາກປະເທດໄທຍ ແລະ ຜ່ານການກັກຕົວມາແລ້ວ 14 ມື້ຢູ່ຫລັກ 27,
2. ຜູ້ກ່ຽວໄດ້ອອກມາສືບຕໍຮັກສາຕົວຢູ່ກັບຄອບຄົວໃນວັນທີ 21 ກໍລະກົດ 2021,
3. ຫຼັງຈາກນັ້ນ 03 ວັນ ຄືໃນວັນທີ 24 ກໍລະກົດ 2021 ມີອາການໄຂ້, ຂີ້ມູກຍ້ອຍ, ດັງບໍ່ໄດ້ກິ່ນ ແລະ ລີ້ນບໍ່ໄດ້ລົດຊາດ,
4. ສຸດທ້າຍໃນວັນທີ 29 ກໍລະກົດ 2021 ຜູ້ເປັນນ້ອງຊາຍໄດ້ພາຜູ້ກ່ຽວມາກວດ ຢູ່ສູນຫ້ວຍຫົງ ແລະ ຜົນກວດໄດ້ຮັບທີ່ 30 ກໍລະກົດ 2021 ພົບວ່າຜູ້ກ່ຽວຕິດເຊື້ອພະຍາດ COVID-19,
5. ບຸກຄົນພາຍໃນຄອບຄົວກໍລະນີຜູ້ຕິດເຊື້ອ ແມ່ນບໍ່ມີໄຜໄດ້ຮັບວັກຊິນປ້ອງກັນ COVID-19 ຈັກຄົນ (ທັງໝົດໄດ້ຖືກນຳໄປກວດຫາເຊື້ອພະຍາດ ແລະ ໄປແຍກປ່ຽວຢູ່ສູນ ຫຼັກ 27 ນະຄອນຫຼວງວຽງຈັນ) ປະກອບດ້ວຍ:
– ແມ່ ອາຍຸ 56 ປີ (ບໍມີອາການ),
– ນ້ອງຊາຍ ອາຍຸ 19 ປີ (ບໍມີອາການ ແລະ ຜູ້ກ່ຽວໄດ້ຮ່ວມເສັງຈົບຊັ້ນ ມໍ 07),
– ຫຼານສາວ ອາຍຸ 08 ປິ (ເປັນໄຂ້ຫວັດໄດ້ 02 ມື້),
– ຫຼານຊາຍ ອາຍຸ 07 ປີ (ເປັນໄຂ້ຫວັດໄດ້ 02 ມື້).