ດວງລາຍວັນປະຈຳວັນທີ 31 ກໍລະກົດ 2021 ການງານ ການເງິນ ຄວາມຮັກ

0
965

ວັນຈັນ:ການ​ງານ ເໝາະ​ກັບ​ງານ​ດ້ານ​ການ​ວາງ​ແຜນ​ ງານ​ດ້ານ​ໂຄສະ​ນາ​ ດ້ານ​ທະ​ນາ​ຄານ​ ຊຶ່ງ​ເປັນ​ງານ​ທີ່​ຈະ​ເຮັດໃຫ້​ເກີດ​ຄວາມ​ກ້າວ​ໜ້າ​ ການ​ເງິນ​ ພະຍາຍາມ​ບໍລິຫານ​ຈັດການ​ທາງ​ດ້ານ​ການ​ເງີນ​ໃຫ້​ຜ່ານ​ພົ້ນ​ໄປ​ໃຫ້​ໄດ້​ ແມ່ນ​ຈະ​ຕ້ອງຄຽດ​ ຫລື​ພົບ​ກັບ​ສະຖານນະການ​ທີ່​ບໍ່​ແນ່ນອນ​ດ້ວຍ​ກໍ​ຕ້ອງ​ມີ​ຄວາມ​ອົດ​ທົນ​ ຄວາມ​ຮັກ​ ຢັງ​ບໍ່​ມີ​ເວລາ​ເທົ່າໃດ​ໃຫ້​ເລື່ອງ​ຄວາມ​ຮັກ​ ແຕ່​ກໍ​ຍັງມີ​ຄົນ​ມາສົ​ນ​ໃຈ​ທ່ານສະເໝີ​ ຊຶ່ງ​ກໍ​ຍັງ​ບໍ່​ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ເລືອກ​ໃຜ​ ຫລື​ໃຫ້​ຄວາມ​ສົນ​ໃຈ​ໃຜ​ເປັນ​ພິເສດ​

ວັນຄານ:ການ​ງານ​ ຈະ​ຈັບ​ງານ​ຫຍັງ​ໃນ​ຊ່ວງ​ນີ້​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ຢູ່ໃນ​ເກນ​ທີ່​ດີ​ ແຕ່​ຕ້ອງ​ລະ​ວັງ​ໃນ​ເລື່ອງ​ຂອງ​ການ​ເຊັນ​ຄ້ຳ​ປະ​ກັນ​ຊຶ່ງ​ບໍ່​ຄວນ​ເຮັດ​ ການ​ເງິນ​ ຊ່ວງ​ນີ້​ຫາ​ເງີນ​ໃຊ້​ຈ່າຍ​ໄດ້​ຢ່າງ​ຄ່ອງ​ຕົວ​ ມີ​ອຸປະສັກ​ຕິດ​ຂັດ​ດ້ວຍ​ນ້ອຍໆ​ ແຕ່​ສຸດ​ທ້າຍ​ກໍ​ຈະ​ຫາ​ເຂົ້າ​ມາ​ໄດ້​ເພິ່ມເຕິມ​ ເພີ່ມ​ຂຶ້ນ​ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຄົົນທີ່​ຖືກ​ໃຈ​ ຄວາມ​ສຳພັນ​ໃ​ນ​ຕອນ​ນີ້​ຈະ​ມີ​ອຸປະສັກ​ໃນ​ເລື່ອງ​ຂອງ​ເວລາ​ ແລະ​ໄລຍະ​ທາງ​ເທົ່າ​ນັ້ນ​ ແຕ່​ໃນ​ເລື່ອງ​ອື່ນ​ໆ​ ກໍ​ຈະ​ຫວານ​ຊື່ນ​ກັນ​ດີ​ ​

ວັນພຸດ:ການ​ງານ ເຮັດ​ຕາມ​ຫນ້າທີ່​ໃຫ້​ດີ​ທີ່ສຸດ​ກໍ​ພຽງ​ພໍ​ແລ້ວ​ໃນ​ຊ່ວງ​ນີ້​ ແລະ​ຕ້ອງ​ມີ​ຄວາມ​ພະຍາຍາມ​ ແລະ​ມີ​ຄວາມ​ຕັ້ງ​ໃຈ​ໃຫ້​ຫລາຍ​ ຢ່າ​ຫຍໍ້​ທໍ້​ຈຶ່ງ​ຈະ​ເຂົ້າ​ກັບ​ສະຖານນະການ​ໃນ​ຊ່ວງ​ນີ້​ ການ​ເງິນ ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ຫລາຍ​ໃນ​ຊ່ວງ​ນີ້​ ກັງ​ວົນ​ໃນ​ເລື່ອງ​ການ​ໃຊ້​ຈ່າຍ​ ແຕ່​ບາງເທື່ອ​ກໍ​ຫຼີກ​ລ້ຽງ​ບໍ່​ໄດ້​ເພາະ​ເປັນ​ເລື່ອງ​ທີ່​ຈຳ​ເປັນ​ ຄວາມ​ຮັກ ໄດ້​ພົບ​ຄົົນທີ່​ມີ​ສະເນ່​ ຫລື​ເປັນ​ການ​ພັດທະນາ​ຄວາມ​ສຳພັນ​ຈາກ​ການ​ເປັນ​ເພື່ອນ​ກັນ​ມາ​ກ່ອນ​ ແຕ່​ກໍ​ຕ້ອງ​ຖືຮັກສາ​ນ້ຳ​ໃຈ​ກັນ​ແລະ​ກັນ​ຈຶ່ງ​ຈະ​ດີ​

ວັນພະຫັດ:ການ​ງານ ເໝາະ​ກັບ​ທຸລະກິດ​ດ້ານ​ການ​ຄ້າ​ ທຸລະກິດ​ດ້ານ​ການສຶກສາ​ ​ ແລະ​ດຸໝັ່ນເຮັດໃຫ້​ເກີດ​ຄວາມ​ຈະເລີນ​ຮຸ່ງ​ເຮືອງ​ໄດ້​ ການ​ເງິນ ທັງ​ຮັບ​ ແລະ​ຈ່າຍ​ສະ​ລັບ​ປັບ​ປ່ຽນ​ກັນ​ໄປ​ໃນ​ຊ່ວງ​ນີ້​ ເຖິງ​ລາຍ​ຈ່າຍ​ຫລາຍ​ ແຕ່​ກໍ​ຍັງ​ຫາ​ໄດ້​ຫລາຍ​ຢູ່​ ຈຶ່ງ​ພໍ​ຍັງ​ໝຸນ​ຫາ​ໃຊ້​ຈ່າຍ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ນັ້ນ​ເອງ​ ຄວາມ​ຮັກ ຫາກ​ຈະ​ໄດ້​ພົບ​​ໃຜ​ໃນ​ຊ່ວງ​ນີ້​ ທ່ານ​ຈະ​ເປັນ​ຄົນ​ຮູບ​ຮ່າງ​ສັນ​ທັດ​ ຜິວ​ຂາວ​ ໄດ້​ພົບ​ກັນ​ເນື່ອງ​ຈາກ​ການ​ແນະ​ນຳ​ໃຫ້​ກັນ​ໃນ​ກຸ່ມໝູ່​ເພື່ອນ​

ວັນສຸກ:ການ​ງານ​ ການ​ເຈລະ​ຈາ​ ການ​ບໍລິຫານ​ຈັດການ​ທາງ​ດ້ານ​ການ​ງານຍັງ​ຍາກ​ຢູ່​ ເພາະ​ມີ​ອຸປະສັກ​ຫລາຍ​ ແຕ່​ເມື່ອ​ທຸ້ມເທ​ຢ່າງ​ເຕັມ​ທີ່​ກໍ​ຈະ​ຜ່ານ​ໄປ​ໄດ້​ໃນ​ທີ່ສຸດ​ ການ​ເງິນ ມີ​ຄວາມ​ກັງ​ວົນ​ໃຈ​ເລື່ອງ​ການ​ເງີນ​ ແລະ​ການ​ບໍລິຫານ​ຈັດການ​ເລື່ອງ​ລາຍ​ຈ່າຍ​ໃນ​ຊ່ວງ​ນີ້​ເພາະ​ພາລະ​ຕ່າງ​ໆ​ ມີ​ຫລາຍ​ ແລະ​ເປັນ​ເລື່ອງ​ທີ່​ຈຳ​ເປັນ​ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ໃຜ​ບາງ​ຄົົນທີ່​ຈະ​ເຂົ້າ​ມາ​ໃນ​ໄລຍະ​ນີ້​ຢູ່ໃນ​ເກນ​ຜິວ​ສອງ​ສີ​ ແຕ່​ຄວາມ​ຊັດເຈນ​ ຫລື​ເວລາ​ທີ່​ມີ​ໃຫ້​ກັນ​ຍັງ​ບໍ່​ຫລາຍ​ພໍ​ ຈຶ່ງ​ຍັງ​ບໍ່​ໄດ້​ຕັດ​ສິນ​ໃຈ​ໃດ​ໆ​ ລົງ​ໄປ​

ວັນເສົາ:ການ​ງານ ມີ​ການ​ປັບ​ປ່ຽນ​ໃນ​ເລື່ອງ​ຂອງ​ການ​ງານ​ ຊຶ່ງ​ຕ້ອງ​ມີ​ຄວາມ​ຈິງ​ຈັງ​ ແລະ​ລະອຽດ​ອ້ອມ​ຄອບ​ ຕັ້ງ​ເປົ້າ​ໝາຍ​ໃຫ້​ສູງ​ເພາະ​ການ​ງານ​ຈະ​ນຳ​ຕົນເອງ​ໄປ​ສູ່​ຄວາມ​ສຳ​ເລັດ​ ແລະ​ມີ​ຊື່​ສຽງ​ ການ​ເງິນ ມີ​ທັງ​ຮັບ​ທັງ​ຈ່າຍ​ໃນ​ຊ່ວງ​ນີ້​ ແຕ່​ກໍ​ຈະ​ຫາ​ເຂົ້າ​ມາ​ໄດ້​ ຫລື​ມີກ​ນ​ໃຫ້​ການ​ຊ່ວຍ​ເຫລືອ​ ຫລື​ອຸບປະຖຳ​ທາງ​ດ້ານ​ການ​ເງີນ​ກໍ​ເປັນ​ໄປ​ໄດ້​ ມີ​ໂອ​ກາດ​ໄດ້​ເງີນ​ຈາກ​ເພື່ອນ​ຕ່າງ​ເພດ​ ຄວາມ​ຮັກ ໂດດ​ເດັ່ນ​ຖ້າ​ຫາກ​ຈະ​ພົບ​​ໃຜ​ໃນ​ຊ່ວງ​ນີ້​ທ່ານ​ຈະ​ເປັນ​ຄົນ​ສະຫລຽວ​ສະຫລາດ​ ມີ​ເກນ​ອາ​ຍຸ​ນ້ອຍ​ກວ່າ​ ເປັນ​ຄົົນທີ່​ຈິງ​ຈັງ​ ແລະ​ຈິງ​ໃຈ​

ວັນອາທິດ:ການ​ງານ ຈະ​ຈັບ​ເຮັດວຽກ​ຫຍັງ​ໃນ​ຊ່ວງ​ນີ້​ມີ​ຄວາມ​ສຳ​ເລັດ​ ມີ​ແຕ່​ຄວາມ​ໂຊກ​ດີ​ ແຕ່​ກໍ​ຕ້ອງ​ພົບ​​ອຸປະສັກ​ຕ່າງ​ໆ​ ​ ແຕ່​ກໍ​ສາມາດ​ທີ່​ຈະ​ຈັດການ​ໄດ້​ ການ​ເງິນ ຫາ​ໃຊ້​ຫາ​ຈ່າຍ​ໄດ້​ຢູ່​ເລື້ອຍ​ໆ​ ໃນ​ຊ່ວງ​ນີ້​ ບໍລິຫານ​ຈັດການ​ດ້ານ​ການ​ເງີນ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ ແມ່ນ​ເຮັດ​ໄດ້​ບໍ່​ດີ​ຫຼາຍ​ ແຕ່​ກໍ​ຄວນ​ຈະ​ພໍ​ໃຈ​ ຄວາມ​ຮັກ ມີ​ໂອ​ກາດ​ພົບ​​ຄົນ​ສະຫລຽວ​ສະຫລາດ​ ໃຈ​ຮ້ອນ​ ຢູ່ໃນ​ເກນ​ອາ​ຍຸ​ນ້ອຍ​ກວ່າ​ ແຕ່​ຄວາມ​ຮູ້ສຶກ​ກໍ​ທີ່​ຈະ​ຮັກ​ກັນ​ຍັງ​ເກີດ​ໄດ້​ບໍ່​ຄ່ອຍ​ຫລາຍ​ປານ​ໃດ ຈຶ່ງ​ຕ້ອງ​ເບິ່ງ​ໃຈ​ກັນ​ໄປ​ໃຫ້​ດົນ​ກວ່າ​ນີ້​