ຢູ່ກຳແບບຫວຽດ ແມ່ກຳຄົນຫວຽດຊຽງຫວາງ ສິ່ງທີ່ໄດ້ຈາກການຢູ່ກຳຄັ້ງນີ້ແມ່ນຜິວດີຂຶ້ນຢ່າງເຫັນໄດ້ຊັດເຈນ
ເຊົາເຈັບຫລັງເຈັບແອວຈາກການຜ່າເກີດລູກຄົນທຳອິດ ແຊບບບໍ່ມີເບື່ອ ອາຫານບາງສ່ວນທີ່ເກັບຮູບໄວ້ ຈະມີອີກໂພດສ໌ໜຶ່ງເດີ້ທີ່ລົງແຕ່ຮູບອາຫານສະເພາະ ກົດເຂົ້າໄປເບິ່ງໜ້າທາມລາຍໄດ້
ຢູ່ໄຟແບບຫວຽດ ຊຽງຫວາງ ຂີ້ໝິ້ນດອງ ແລ້ວຝັງດິນໄວ້ເປັນປີ ຈຶ່ງໃຊ້ໄດ້ ຮອດຍາມສິໃຊ້ຈຶ່ງຂຸດຂຶ້ນມາ ປະສົມຢາໝ່ອງເຢັນແລະເຫຼົ້າ ເທົ່າທີ່ຮູ້ ແມ່ກຳບອກມີຫຼາຍອັນປະສົມ ແຕ່ວ່າບໍ່ຈື່ຄັກ ສູດຫວຽດຂະເຈົ້າ ອັນນີ້ແມ່ນໂຕເດັດເລີຍ ເຮັດໃຫ້ຜິວຂາວໃສຂື້ນບ່ອນໃດດຳໆທ່າໃສ່ຫຼາຍໆໂລດ ຂາວອອກເຫັນໆ
ທາຂີ້ໝິ້ນທົ່ວໂຕ ທາເກືອໃສ່ໜ້າຮົມໜ້າ ທາໝາກນາວກັບເກືອໃສ່ຂີ້ແຮ້ ແລ້ວເຂົ້າຮົມ ບ່ອນໃດດຳໆ ຕາມຄໍຕາມງ່ອນຂີ້ແຮ້ ຂາວຈົວະຈະ
ທາຂີ້ໝິ້ນເຫຼືອງໝົດໂຕແລ້ວເຂົ້າຮົມ ຮົມເຊົ້າ 30ນາທີ, ແລງ 30ນາທີ ຮົມແລ້ວມານອນໄຟ ປິດໝົດຫູ ຫົວ ຫາ ຕຸ້ມຜ້າໜາໆໃສ່ ໃຫ້ຮ້ອນທົ່ວໂຕ
ຢູ່ຕຽງກຳ 9 ມື້ ອອກມາຮົມສະໝຸນໄພ ແລະ ຮົມເຫຼົ້າແບບຫວຽດ 11 ມື້ ລວມເປັນ 20 ມື້ ສິ່ງທີ່ສຳພັດໄດ້ຢ່າງຊັດເຈນແມ່ນ ຜິວດີຂຶ້ນຂາວໃສ ໃນພິບຕາຍ້ອນຂີ້ໝິ້ນດອງ ອັນນີ້ຂໍຍອມຮັບ ຄັກອີ່ຫຼີ ດຽວເລົ່າລາຍລະອຽດກ້ອງຮູບ ເພື່ອຈະເປັນປະໂຫຍດໃຫ້ແມ່ໆທີ່ກຳລັງກຽມເກີດລູກ
ເລົ່າສັ້ນໆໃຫ້ໄດ້ໃຈຄວາມ ທັກສອບຖາມໄດ້ເດີ້ຢາກຮູ້ຫຍັງເພີ່ມ ຈາກ: Nongchin Bnc