ດັ່ງທີ່ຮູ້ໆກັນ ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ໄດ້ມີແຮງງານຈຳນວນຫຼາຍທີ່ທະຍອຍກັບມາຈາກປະເທດໃກ້ຄຽງ ໃນຫຼາຍຂົງເຂດທົ່ວປະເທດ ນັ້ນກໍ່ຍ້ອນຜົນກະທົບຂອງພະຍາດໂຄວິດ-19 ເຮັດໃຫ້ເກີດໄພວ່າງງານ ແລະເຫດຜົນຈຳປເປັນອື່ນໆ ພີ່ນ້ອງຊາວລາວທີ່ໄປຫາວຽກເຮັດຢູ່ຕ່າງປະເທດກໍ່ຕ້ອງໄດ້ກັບບ້ານເຮົາທີ່ປອດໄພອຸ່ນໃຈກວ່າ.
ເຊື່ອວ່າຫຼາຍຄົນຄົງຈະກັງວົນຫຼາຍຢ່າງ ຫຼັງຈາກທີ່ເຊື້ອພະຍາດໂຄວິດ-19 ເບົາບາງລົງ ເປັນຕົ້ນການດຳເນີນຊີວິດທີ່ຕ້ອງໄດ້ກິນ, ໄດ້ຈ່າຍ ໃນແຕ່ລະວັນ ແລະ ບາງຄົນກໍ່ຖືວ່າເປັນເສົາຫຼັກຂອງຄອບຄົວ ເຊິ່ງນັ້ນໝາຍຄວາມວ່າ ຈະໄປເຮັດວຽກຫຍັງຕໍ່ໄປ ເພື່ອຕໍ່ສູ້ກັບສະພາບສັງຄົມໃນປັດຈຸບັນທີ່ບີບບັງຄັບ ຈະກັບໄປເຮັດວຽກເກົ່າທີ່ປະເທດໃກ້ຄຽງກໍ່ເປັນໄປໄດ້ຍາກ ເນື່ອງຈາກວ່າປະເທດດັ່ງກ່າວ ກໍ່ຖືວ່າພົບກັບບັນຫາຂອງການລະບາດເຊື້ອພະຍາດໂຄວິດ-19 ເຊັ່ນກັນ.
ດັ່ງນັ້ນ, ເພື່ອແກ້ໄຂບັນຫາຊີວິດການເປັນຢູ່ຂອງແຮງງານທີ່ກັບຄືນປະເທດໃຫ້ມີວຽກເຮັດງານທຳຢູ່ພາຍໃນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບອົງການເຄື່ອນຍ້ານຖິ່ນຖານແບບປອດໄພ (IOM) ທີ່ໄດ້ຈັດຕັ້ງປະຕິບັດ ໂຄງການ ຝືກສີມືໃຫ້ແກ່ແຮງງານເຄື່ອນຍ້າຍ ກ່ອນເຂົ້າສູ່ຕຳແໜ່ງງານ ໂດຍເປັນໂຄງການເຝິກໄລຍະສັ້ນ ຈຳນວນ (14 ວັນ) ໃນສາຂາອາຊີບ ຕັດຫຍິບ ເຊິ່ງຮັບເຖິງ 200 ຕຳແໜ່ງ ເພື່ອເຂົ້າເຮັດວຽກກັບ ບໍລິສັດ ຕຣີມາກ ແລະ ບໍລິສັດ ທຣີໂອລາວ ຈຳກັດ.
ເງື່ອນໄຂຜູ້ສະໝັກ: ອາຍຸ18 ຂຶ້ນໄປ, ມັກຮັກໃນຂະແໜງຕັດຫຍິບ, ເປັນແຮງງານທີ່ກັບຈາກປະເທດໃກ້ຄຽງ ແລະ ຕ້ອງຜ່ານການກັກໂຕ 14 ວັນ ແລະ ບໍ່ມີເຊື້ອພະຍາດໂຄວິດ-19, ສຳລັບສະຫວັດດີການ ຕະຫຼອດໄລຍະຝຶກງານ 14 ວັນ ແມ່ນບໍ່ເສຍຄ່າ, ຫຼັງຈາກຜ່ານຄົບຕາມກຳນົດແມ່ນຝຶກງານແມ່ນສາມາດເຮັດວຽກໄດ້ເລີຍ, ຟຣີທຸກຢ່າງເຊັ່ນ: ມີທີ່ພັກ-ຄ່ານ້ຳ ໄຟຟ້າ ມີຄ່າເຂົ້າ 3 ຄາບ, ເງິນຂະຫຍັນ, ໂບນັດ ແລະ ເງິນເດືອນເລີ່ມຕົ້ນຢູ່ທີ່ 1.100.000 ກີບ
ສຳລັບສະຖານທີ່ເຝິກອົບຮົມແມ່ນມີ 3 ແຂວງເຊັ່ນ: ນະຄອນຫຼວງວຽງຈັນ, ແຂວງ ສະຫວັນນະເຂດ ແລະ ແຂວງ ຈຳປາສັກ ຜູ້ໃດສົນໃຈສາມາດສອບຖາມໄດ້ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງນັ້ນໆຕາມເບີໂທຂ້າງລຸ່ມນີ້ເລີຍ 1. ນະຄອນຫຼວງວຽງຈັນ 020 2244 8787 2. ແຂວງ ສະຫວັນະເຂດ 041 212023
3. ແຂວງ ຈຳປາສັກ 031 212050 (ຕິດຕໍ່ໂມງລັດຖະການ)