ຂ່າວດີ ສຳລັບແຮງງານລາວຢູ່ໄທ ສາມາດລົງທະບຽນຂໍສັກວັກຊີນໄດ້ຢູ່ປະເທດໄທຟຣີ

0
966

ແຈ້ງການດ່ວນສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳຣາຊະອານາຈັກໄທ ຂໍແຈ້ງມາຍັງພົນລະເມືອງລາວ ແລະ ແຮງງານລາວທີ່ມາເຮັດວຽກຢູ່ປະເທດໄທ ຊາບວ່າ: ທາງການໄທ ໄດ້ເຫັນດີຈະອໍານວຍຄວາມສະດວກສັກວັກຊີນໃຫ້ແກ່ຊາວຕ່າງປະເທດ ລວມທັງແຮງງານລາວ ດັ່ງນີ້:

ຜູ້ທີ່ມີອາຍຸແຕ່ 75 ປີຂຶ້ນໄປ ສາມາດເດີນທາງເຂົ້າໄປ (Walk-in)ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໄດ້ຢູ່ສູນຮັບສັກວັກຊີນຂອງເຂດບາງສື່, ກຸງເທບມະຫານະຄອນ, ຕັ້ງແຕ່ເວລາ 09:00-16:00 ໂມງ ຂອງທຸກໆວັນ ໂດຍຕ້ອງນໍາໜັງສືເດີນທາງ ຫຼື ເອກະສານທີ່ສາມາດຢັ້ງຢືນຕົວຕົນ ໄປພ້ອມ.

ຜູ້ທີ່ມີອາຍຸແຕ່ 60-74 ປີ ທີ່ອາໄສຢູ່ເຂດກຸງເທບມະຫານະຄອນ ແລະ ຈັງຫວັດທີ່ໃກ້ຄຽງໄດ້ແກ່: ສະມຸດປາການ, ສະມຸດສາຄອນ, ປະທຸມທານີ, ນົນທະບູລີ ແລະ ຈັງຫວັດນະຄອນປະຖົມ ໃຫ້ລົງທະບຽນຜ່ານເວັບໄຊ ຂອງກົມກົງສູນ, ກະຊວງການຕ່າງປະເທດໄທຫຼື ທ່ານສາມາດເຂົ້າໄປລົງທະບຽນໄດ້ຕາມທີ່ຢູ່: 123 ຖະໜົນແຈ້ງວັດທະນະ, ແຂວງທົ່ງສອງຫ້ອງ, ເຂດຫຼັກສີ່, ກຸງເທບມະຫານະຄອນ, ໂທລະສັບ 025-728-42.

ສໍາລັບບຸກຄົນທີ່ມີ 7 ໂລກຄວາມສ່ຽງເຊັ່ນ: 1. ໂລກລະບົບທາງເດີນຫາຍໃຈຊໍາເຮື້ອ (Chronicrespistory diseases), 2. ໂລກຫົວໃຈ ແລະ ຫຼອດເລືອດ (Cardiovascular diseases), 3. ໂລກໃຕຊໍາເຮື້ອ (Chronic kidney diseases), 4. ໂລກຫຼອດເລືອດສະໝອງ (Cerelirovascular
diseases), 5. ໂລກມະເຮັງທຸກຊະນິດທີ່ຢູ່ລະຫວ່າງການໃຊ້ເຄມີບຳບັດ, ສາຍລັງສີ ແລະ ພູມຄຸ້ມກັນບໍາບັດ(All types of cancer during chemotherapy, radiotherapy and autoimmune therapy).

ໂລກເບົາຫວານ (Diabetcs), ແລະ 7. ໂລກອ້ວນທີ່ມີນໍ້າໜັກໂຕເກີນ 100 ກິໂລກະຣາມ ຫຼື BMI ຫຼາຍກວ່າ 35 ກິໂລກະຣາມຕໍ່ຕາແມັດ (Obesity (weigling Inore lai l00 kilograms or RVIImore tlan 35 kilovກສIns [ver Square metcr) ແລະ ແມ່ຍິງຖືພາ ແມ່ນໃຫ້ໄປລົງທະບຽນນຳໂຮງໝໍ

10 ແຫ່ງທີ່ ກະຊວງສາທາລະນະສຸກຂອງໄທ ກຳນົດໄວ້ຄື:ໂຮງໝໍສະມິຕິເວດ ສຸຂຸມວິດ, ກຸງເທບມະຫານະຄອນ (Savitivej Suklunvit Hospital,
Bangkok).ໂຮງໝໍເມດປາກ, ກຸງເທບມະຫານະຄອນ (Melark llospital, Bangkok),ໂຮງໝໍວິມຸດ, ກຸງເທບມະຫານະຄອນ (Vinານ llospital, Bangkok),ໂຮງພະຍາໄພ 2, ກຸງເທບມະຫານະຄອນ (Playalai 2 Hospital, Bangkok).ໂຮງໝໍ BNH, ກຸງເທບມະຫານະຄອນ (BNH Hospital, Bangkok).

ໂຮງໝໍບໍາລຸງຣາດ, ກຸງເທບມະຫານະຄອນ (Burirungrad Hospital, Bangkok).ໂຮງໝໍກຸງເທບຂອນແກ່ນ, ຈັງຫວັດຂອນແກ່ນ (Bangkok Klion kaen Hospital, KlionKaer).ໂຮງໝໍກຸງເທບພູເກັດ, ຈັງຫວັດພູເກັດ (Bangkok Phuket Hospital, Pluket).ໂຮງໝໍສາມິຕິເວດ ສີຣາຊາ, ຈັງຫວັດຊົນບູລີ (Savitivej Sriraclia IHospital, Clionburi).ສູນວັກຊີນ ແລະ ສຸກຂະພາບບາງລັກ, ກຸງເທບມະຫານະຄອນ (Bangkok VaccinatiGrl & Health Center, Bangkok).ສຳລັບແຮງງານລາວ ທີ່ບໍ່ມີ 7 ໂລກຄວາມສ່ຽງດັ່ງລະບຸໃນຂໍ້ທີ 3 ຂ້າງເທີງໃຫ້ລໍຖ້າ ທາງການໄທຈະແຈ້ງໃຫ້ຊາບຕາມພາຍຫຼັງ.​ ດັ່ງນັ້ນ, ຈຶ່ງແຈ້ງມາຍັງພົນລະເມືອງລາວ ແລະ ແຮງງານລາວຊາບ.