ໂດຍ: ລູກເມືອງພວນ ນັບແຕ່ມີການລະບາດຂອງໂຄວິດ-19 ສາຍພັນໃໝ່ມານີ້, ເຮັດໃຫ້ທຸກສິ່ງທຸກຢ່າງໄດ້ຮັບຜົນກະທົບໄປຕາມໆກັນໃນທົ່ວໂລກ, ເຮັດໃຫ້ທຸກສິ່ງຢ່າງທີ່ປົກກະຕິຂອງໂລກ ປ່ຽນແປງໄປ ແບບໜ້າມືເປັນຫຼັງມື, ແມ່ນແຕ່ແບບແຜນ, ວິຖີດຳລົງຊີວິດ ຂອງມວນມະນຸດກໍປ່ຽນແປງໄປຢ່າງແປກປະຫຼາດ.ເມື່ອກ່ອນໄປໃສມາໃສບໍ່ເຄີຍໃສ່ໜ້າກາກ, ຜ້າປິດປາກ-ປິດດັງ, ຢູ່ຮ່ວມກັນເປັນກຸ່ມ-ເປັນກ້ອນ, ມາບັດນີ້ກໍຕ້ອງແຍກກັນຢູ່, ໝູ່ຄູ່ທີ່ຮັກແພງກັນ ເຄີຍຢູ່ກິນນຳກັນ ມາບັດ
ນີ້ກໍຫ່າງເຫີນກັນ, ຍາດພີ່ນ້ອງທີ່ເຄີຍໄປມາຫາສູ່ກັນ ມາບັດນີ້ກໍບໍ່ໄດ້ໄປມາກາສູ່ກັນ, ເມື່ອກ່ອນ “ໂຮມກັນເຮົາຢູ່ ແຍກໝູ່ເຮົາຕາຍ” , ມາບັດນີ້ “ໂຮມກັນຢູ່ເຮົາຕາຍ ແຈກຢາຍກັນຢູ່ເຮົາຍັງ” . ໂຄວິດເຮັດໃຫ້ມະນຸດປ່ຽນແປງໄປດ້ານກົງກັນຂ້າມຂອງຊິວິດທຸກຢ່າງ.ເມື່ອກ່ອນໄປໃສມາໃສກໍບໍ່ເຄີຍໃສ່ຜ້າປິດປາກ-ປິດດັງ, ບໍ່ເຄີຍພົກພາຢຸກຢາທານັງຕິດໂຕໄປນຳ ມາບັດນີ້ໄປໃສມາໃສກໍຕ້ອງພົກພາຢຸກຢາທານັງຕິດຕົວໄປພ້ອມ ໂດຍສະເພາະ ແມ່ນນໍ້າເຫຼົ້າ ແລະ ເຈວລ້າງມື, ປ້າປິດປາກ-ປິດດັງ…ຈົນກາຍເປັນສັນຊາດຕະຍານຂອງມວນມະນຸດເສຍແລ້ວ.
ເມື່ອກ່ອນພົບໜ້າພໍ້ຕາກັນ ກໍໜ້າເບີກຕາບານ ຈັບມືຖືແຂນ ທັກທາຍສະບາຍດີກັນ, ມາບັດນີ້ ປານວ່າຄົນຊັງກັນມາແຕ່ຊາດກ່ອນ, ຢູ່ໃຜຢູ່ມັນ ເໝືອນຄົນບໍ່ຮູ້ຈັກກັນ, ເຫັນກັນກໍຢູ່ໄກໆ ຫ່າງໆ ກັນ ຄືກັບວ່າຈະກິນ ຫຼື ຈະຂ້າກັນ ກໍບໍ່ປານ.ທັງໝົດນັ້ນແມ່ນມາດຕະການໃໝ່ ໃຫ້ມະນຸດຕ້ອງປະຕິບັດຢ່າງເຄັ່ງຄັດ ເພື່ອຫຼີກລ່ຽງການຕິດຕໍ່ເຊື້ອ, ແພ່ເຊື້ອໃສ່ກັນ, ຮັບປະກັນໃຫ້ມະນຸດຊາດຍືນຍົງຄົງຢູ່ຮ່ວມກັບໂຣກລະບາດໃຫ່ຍນີ້ຕະຫຼອດໄປ.ບັນດານັກວິທະຍາສາດຫຼາຍຂະແໜງການດ້ານສາທາລະນະສຸກ ລ້ວນແຕ່ຢືນຢັນຕົງກັນວ່າ ພະຍາດໂຄວິດ-19 ຈະບໍ່ສູນຫາຍ, ມັນຈະຢູ່ກັບມະນຸດພວກເຮົາຕະຫຼອດໄປ, ເວົ້າແນວນີ້ກໍເທົ່າກັບວ່າ ມະນຸດບໍ່ມີທາງທີ່ຈະເອົາຊະນະມັນໄດ້ ຈຶ່ງຕ້ອງຍອມຈຳນົນຢູ່ຮ່ວມກັບມັນຕະຫຼອດໄປ.
ເຮັດແນວໃດ ມະນຸດຈຶ່ງຈະຢູ່ຮ່ວມກັບໂຄວິດ-19 ຕໍ່ໄປໄດ້? ສາດສະດາຈານ ກິຕິມະສັກມະຫາວິທະຍາໄລ ຮົງກົງ ໃຫ້ຮູ້ວ່າ ສະພາບການລະຍາດຂອງພະຍາດທຸກມື້ນີ້ ມັນຮຽກຮ້ອງໃຫ້ມີການປັບຄວາມສົມດຸນລະຫວ່າງ ການດຳລົງຊິວິດປົກະຕິ ໂດຍບໍ່ໃຫ້ໃສ່ໃຈ ແລະ ກັງວົນຫຼາຍຕໍ່ການປ້ອງກັນໄວຣັດ. ທ່ານກ່າວວ່າ: “ຂ້າພະເຈົ້າຄິດວ່າ ພວກເຮົາບໍ່ຄວນຈະດຳລົງຊີວິດແບບຈຳກັດຢູ່ໃນມາດຕະການຕ່າງໆ. ພວກເຮົາຄວນມີສະຕິໃຫ້ສູງຂຶ້ນ, ທຳຄວາມເຂົ້າໃຈກັບວິທະຍາສາດໃຫ້ຫຼາຍຂຶ້ນ ເພື່ອເຂົ້າໃຈແບບແຜນ ແລະ ຖອດບົດຮຽນທີ່ເຈັບແສບຈາກການລະບາດຂອງພະຍາດໂຄວິດ”ສາດສະດາຈານ Dame Anne Johnson ປະທານສະຖາບັນວິທະຍາສາດການແພດ ອັງກິດ ລະບຸວ່າ: “ຍັງຈະມີຫຼາຍຄົນເສຍຊີວິດຈາກໂຄວິດ-19 ແລະ ການແພ່ລະບາດຄັ້ງໃໝ່ໃນລະດູໜາວນີ້ ຈະເປັນໄພຄຸກຄາມທີ່ໜັກໜ່ວງ. ພວກເຮົາຕ້ອງຮຽນຮູ້ການດຳລົງຊິວິດຢູ່ຮ່ວມກັບໄວຣັດ
ດ້ວຍການສັກວັກຊິນ ເພື່ອຫຼຸດຜ່ອນຄວາມຕາຍ”.ທ່ານເຕືອນວ່າ: ການທີ່ທຳຄວາມສະອາດເປັນປະຈຳ, ເຮັດວຽກທາງໄກ, ໃສ່ຜ້າປິດປາກ-ດັງ ຕະຫຼອດເວລາ, ຢູ່ບ່ອນທີ່ອາກາດໂລ່ງ, ບໍ່ໄປບ່ອນຊຸມຊົນແອອັດທີ່ມີອາການຕິດເຊື້ອ, ບໍ່ໃຊ້ຍານພາຫະນະສາທາລະນະ, ບໍ່ເດີນທາງດ້ວຍເຄື່ອງບິນທີ່ບໍ່ມີຄວາມຈຳເປັນ… ນີ້ຄືວິທີການທີ່ດີທີ່ສຸດໃຫ້ມະນຸດຢູ່ຮ່ວມກັບໂຄວິດໄດ້.ເມື່ອເປັນເຊັ່ນນັ້ນ, ເພື່ອໃຫ້ຢູ່ຮ່ວມກັບໂຄວິດໄດ້, ມະນຸດຈະຕ້ອງໃສ່ໜ້າກາກອະນາໄມເປັນປະຈຳ ຊຶ່ງເໝືອນກັບວ່າເປັນສິ່ງຕິດໂຕມາແຕ່ເກີດກໍວ່າໄດ້. ຖ້າບໍ່ໃສ່ໜ້າກາກເປັນປະຈຳ ກໍຈະຢູ່ຮ່ວມກັບໂຄວິດບໍ່ໄດ້, ເມື່ອໃດ ໂຄວິດ ບໍ່ໝົດໄປມະນຸດຍັງຈະຕ້ອງສວມໃສ່ໜ້າກາກອະນາໄມຕະຫຼອດໄປ, ຈະກາຍເປັນມະນຸດ ‘ໜ້າກາກ ‘ ໃນທີ່ສຸດ ແລະ ທຸກວັນນີ້ກໍເປັນເຊັ່ນນັ້ນແລ້ວ.