ຄຳມ່ວນ ປະກາດ! ກຳນົດຫຼາຍບ້ານ ເມືອງທ່າແຂກ ເປັນເຂດສ່ຽງຕໍ່ການ ລ ະ ບ າ ດ ໂ ຄ ວ ິ ດ

0
891

ຄຳມ່ວນ ປະກາດ! ກຳນົດຫຼາຍບ້ານ ເມືອງທ່າແຂກ ເປັນເຂດສ່ຽງຕໍ່ການແຜ່ລະບາດພະຍາດໂຄວິດ-19 ແຂວງຄຳມ່ວນ ເມືອງທ່າແຂກ ໄດ້ປະກາດໃຫ້ຮູ້ວ່າ: ປະຈຸບັນນີ້ຢູ່ບ້ານ ສຸກສະຫວັນ ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ມີກໍລະນີຜູ້ຕິດເຊື້ອພະຍາດໂຄວິດ-19 ເຊິ່ງແມ່ນບຸກຄົນທີ່ເດີນທາງມາຈາກແຂວງບໍ່ແກ້ວ ໄດ້ກັກໂຕຢູ່ເຮືອນ ທາງຄະນະ

ສະເພາະກິດຂັ້ນເມືອງໄດ້ລົງເກັບກາຕົວຢ່າງ ແລະ ໄດ້ຮັບແຈ້ງຜົນກວດເປັນ ບວກ ດັ່ງນັ້ນ ຄະນະພັກອໍານາດການປົກຄອງເມືອງທ່າແຂກ ຈຶ່ງໄດ້ກໍານົດ ບ້ານສຸກສະຫວັນ

ເປັນບ້ານແດງ ແລະ ບ້ານວຽງວິໄລ, ບ້ານໂພນພົມ, ບ້ານສັນຕິສຸກ ແລະ ບ້ານໂພນສະອາດ ເປັນບ້ານເຫຼືອງ ພ້ອມທັງກຳນົດເມືອງທ່າແຂກ ເປັນເຂດທີ່ມີຄວາມສ່ຽງການແຜ່ລະບາດຂອງພະຍາດດັ່ງກ່າວ