ຫນ່ວຍງານບໍລິການສັກວັກຊີນ ຢູ່ວິທະຍາໄລຄູຫລັກ 7 ນະຄອນໄກສອນພົມວິຫານ ເນັ້ນຫນັກໃຫ້ປະຊາຊົນຮັບການສັກວັກຊີນ

0
795

ຫນ່ວຍງານບໍລິການສັກວັກຊີນປ້ອງກັນພະຍາດໂຄວິດ19ຢູ່ວິທະຍາໄລຄູຫລັກ 7 ນະຄອນ ໄກສອນພົມວິຫານ ແຂວງສະຫວັນນະເຂດ ເນັ້ນຫນັກໃຫ້ປະຊາຊົນທີ່ຈະໄປຮັບການສັກວັກຊີນຕ້ອງ ປະຕິບັດມາດຕະການຮັກສາໄລຍະຫ່າງທາງສັງຢ່າງເຄັ່ງຄັດ ເນື່ອງຈາກວ່າມີຄວາມສ່ຽງທີ່ອາດຈະເຮັດ ໃຫ້ຕິດເຊື້ອພະຍາດໂຄວິດ19.

ໃນໂອກາດໃຫ້ສໍາພາດຕໍ່ນັກຂ່າວທີ່ມາຈາກສໍານັກຂ່າວຕ່າງໆຂອງສູນກາງ, ວິຊາການທີ່ມາຈາກສູນສື່ສານເພື່ອສຸຂະພາບແລະສຸຂະສຶກສາກະຊວງສາທາລະນະສຸກ,ອົງການຢູ່ນີເຊັຟປະຈໍາລາວເຄື່ອນໄຫວເຮັດວຽກກ່ຽວກັບການຕ້ານແລະສັກວັກຊີນ ປ້ອງກັນພະຍາດໂຄວິດ19ຢູ່ແຂວງສະຫວັນນະເຂດລະຫວ່າງວັນທີ29ຫາ30ກໍລະກົດຜ່ານມາ ດຣ ນາງສຸນັນ

ບົວຄຳໂພທິລາດຫົວໜ້າໜ່ວຍງານຮັບພິຊອບກຸ່ມສັກວັກຊິນ ປ້ອງກັນພະຍາດ ໂຄວິດ19 ເເຂວງສະຫວັນ ນະເຂດໃຫ້ສໍາພາດວ່າ:ການສັກວັກຊີນປ້ອງ ກັນພະຍາດໂຄວິດ19ຢູ່ເເຂວງສະຫວັນນະເຂດ ໂດຍສະເພາະຢູ່ນະຄອນໄກສອນພົມວິຫານ ແມ່ນອີງໃສ່ທິດຊີ້ນໍາຂອງຄະນະສະເພາະກິດເພື່ອປ້ອກັນຄວບຄຸມແລະແກ້ໄຂການລະບາດຂອງ ພະຍາດໂຄ
ວິດ19ຂັ້ນສູນກາງກໍ່ຄືຂັ້ນແຂວງວາງອອກຢ່າງເຂັ້ມງວດທີ່ສຸດ ມີການຮັກສາໄລຍະຫ່າງ ທາງສັງຄົມ,ໂຄສະນາສຸຂະສຶກສາໃຫ້ປະຊາຊົນຮັບຮູ້ເຂົ້າໃຈເຖີງຜົນຮ້າຍ,ໄພອັນຕະລາຍ

ແລະ ວິທີປ້ອງກັນພະຍາດໂຄວິດ19 ລວມເຖີງມາດຕະການສໍາຄັນອື່ນໆ. ດຣນາງສຸນັນ ບົວຄຳໂພທິລາດ ໃຫ້ສໍາພາດຕື່ມວ່າ: ສໍາລັບການເປີດຂະບວນ ການສັກ ວັກຊິນປ້ອງກັນພະຍາດໂຄວິດ 19 ຢູ່ແຂວງສະຫວັນນະເຂດເລີ່ມຈັດຕັ້ງປະຕິບັດມາແຕ່ທ້ານເດືອນມີນາ 2021 ປະກອບມີຊີໂນຟາມ ແລະ ເອັສຕຣາເຊນີກາ ໂດຍໄດ້ຮັບການ

ຊ່ວຍເຫລືອຈາກລັດຖະບານຈີນ ແລະ ການປຸກລະດົມຂອງອົງການຢູນີເຊັຟຜ່ານໂຄງການໂຄເເວັກ ລວມທັງຫມົດ 293.100 ໂດສ ແລະ ໄດ້ສັກໃຫ້ປະຊາຊົນກວມພາຍໃນ
ແຂວງກວມຫລາຍກວ່າ14ສ່ວນຮ້ອຍ, ສ່ວນວັກຊີນຈອນສັນ ແອນຈອນສັນທີ່ແຂວງສະຫວັນນະເຂດໄດ້ຮັບການຊ່ວຍເຫລືອຜ່ານໂຄງການໂຄເເວັກຈໍານວນ 143.900 ໂດສ

ເເມ່ນໄດ້ເລີ່ມສັກໃຫ້ປະຊາຊົນຊົນໃນວັນທີ 2 ສີງຫາ 2021ໂດຍຈະຈັດລຽງຕາມບູລິມາ ສິດຢ່າງເຫມາະສົມ ເປັນຕົ້ນ:ພະນັກງານເເພດຫມໍ,ຜູ້ທີ່ເຮັດວຽກປະຈໍາດ່ານສາກົນ,ຜູ້ທີ່ມີອາຍຸສູງ, ມີພະຍາດເເຊກຊ້ອນ ຕາມລໍາດັບ.

ຂ່າວ,ພາບ: ເດດອາລຸນ ແກ້ວວິໄລວົງ