ຮຽນມາຍັງບັນດາລູກຄ້າ ແລະ ຮ້ານຄ້າທຸກໆທ່ານ, ດັ່ງທີ່ພວກເຮົາຮູ້ກັນແລ້ວວ່າໃນປີ 2021 ນີ້ແມ່ນເປັນປີທີ່ມີຄວາມຫຍຸ້ງຍາກ ແລະ ທ້າທາຍຫລາຍສໍາລັບທຸກໆຫົວຫນ່ວຍທຸລະ ກິດທີ່ຢູ່ພາຍໃນລາວ ແລະ ໃນທົ່ວທຸກມຸມໂລກ ແມ່ນໄດ້ພົບກັບບັນຫາອັນຫນັກຫນ່ວງໃນການດໍາເນີນທຸລະກິດເພື່ອໃຫ້ມີຄວາມຍືນຍົງ ຄົງໂຕ ສືບເນື່ອງມາຈາກການແພ່ລະບາດຂອງພະຍາດ ໂຄວິດ 19 ທີ່ກໍາລັງຮຸນແຮງຢູ່ໃນປະຈຸບັນນີ້.
ເຖິງແມ່ນວ່າທາງບໍລິສັດ ພວກເຮົາໄດ້ມີຄວາມພະຍາຍາມສຸດຄວາມສາມາດໃນການປັບປຸງປະສິດທິພາບໃນການເຮັດວຽກ ແລະ ບໍລິຫານຈັດການທາງດ້ານຕົ້ນທຶນໃຫ້ດີຂື້ນ ເຊິ່ງເປັນຜົນກະທົບໂດຍກົງຈາກພາວະການອ່ອນຄ່າລົງຂອງເງິນກີບ ແລະ ຕົ້ນທຶນທີ່ເພີ່ມຂື້ນ ສູງຂອງບັນດາວັດຖຸດິບຫລັກທີ່ໃຊ້ໃນການຜະລິດສິນຄ້າ,
ພວກເຮົາພະຍາຍາມທຸກວິທີທາງເພື່ອໃຫ້ມີຜົນກະທົບຕໍ່ບັນດາຮ້ານຄ້າ ແລະ ຜູ້ບໍລິໂພກຂອງພວກເຮົາໃຫ້ຫນ້ອຍທີ່ສຸດເທົ່າທີ່ຈະ ເປັນໄປໄດ້ ແຕ່ເຖິງຢ່າງໃດກໍ່ຕາມບໍລິສັດ ເບຍລາວ ຈໍາກັດ ຍັງມີຄວາມຈໍາເປັນທີ່ຕ້ອງໄດ້ປັບລາຄາສິນຄ້າ ເບຍລາວແກ້ວໃຫຍ່ ຂະຫນາດ 640ມລ ຂື້ນ 3% ເຊິ່ງຍັງຕ່ໍາກວ່າອັດຕາເງິນເຟີໃນປະຈຸບັນຫລາຍ. ໂດຍມີລາຍລະອຽດຂອງການປັບປຸງລາຄາຜະລິດຕະພັນຕາມຂ້າງລຸ່ມນີ້:
ການປັບລາຄາໃຫມ່ໃນຄັ້ງນີ້ຈະເລີ່ມມີຜົນຢ່າງເປັນທາງການນັບຕັ້ງແຕ່ວັນທີ 02 ສິງຫາ 2021ເປັນຕົ້ນໄປ ແລະ ທຸກໆການສັ່ງຊື້ ຫລື ການອອກບິນສັ່ງຊື້ ໃນວັນທີ່ 02 ສິງຫາ 2021ເປັນຕົ້ນໄປນັ້ນແມ່ນຈະເປັນລາຄາຕາມທີ່ໄດ້ປັບປຸງໃຫມ່.