ນໍ້າຕາໄຫຼນໍາ! ໜຸ່ມໄທອາໄລເມຍຮັກ ຈາກໄປພ້ອມລູກໃນທ້ອງຍ້ອນຕິດໂຄວິດ-19 ຈົ່ງໄວ້ພຽງຂໍ້ຄວາມສັ່ງລາຄັ້ງສຸດທ້າຍ

0
366

ເປັນເລື່ອງຫນ້າເສົ້າ ເປັນຢ່າງຍິ່ງ ສຳລັບມື້ນີ້ ຈາກຜູ້ໃຊ້ເຟສບຸກໜຸ່ມໄທຊື່ ທິຕິວັດ ເລີດລັດຕະນະໂມລີ ເຜີຍຂໍ້ຄວາມຈາກພັນລະຍາທີ່ຮັກ ທີ່ຫາກໍ່ແຕ່່ງງານກັນໄດ້ພຽງສາມເດືອນ ແຕ່ໂຄວິດໄດ້ພາກຊີວິດ ເມຍແລະລູກໃນທອ້ງໄປພອ້ມກັນ ໂດຍກ່ອນຈາກໄປຍັງໄດ້ຂຽນຂໍ້ຄວາມລາໄວ້ ຄືກັບຮູ້ລ່ວງໜ້າແລ້ວ.

ເຊິ່ງຂໍ້ຄວາມທີ່ຂຽນໄວ້ນັ້ນ ແອັດສໍາຜັດໄດ້ເຖິງຄວາມຮັກຂອງເມຍທີ່ມີຕໍ່ຜົວ ໂດຍມີເນື້ອໃນວ່າ ເຖິງເຈມທີ່ຮັກ ຖ້າເຂົາບໍ່ລອດ ຕ້ອງຈາກໄປຍອ້ນໂຄວິດ ເຂົາຂໍໂທດທີ່ບໍ່ສາມາດໃຫ້ເຈົ້າໄດ້ເຫັນຫນ້າລູກ ເພາະເຂົາຈະໄປຢູ່ກັບລູກເອງ ເຂົາຈະໄປລ້ຽງລູກໃຫ້ກັບເຈົ້າເອງ ຂໍໃຫ້ໃຊ້ຊີວິດໃຫ້ດີ ຄິດຮອດເຂົາກັບລູກດ້ວຍ.

ໃນອະນາຄົດ ເຈມຈະມີຄອບຄົວໃໝ່ ໃຫ້ເລືອກຄົນດີໆ ໃນຊີວິດນີ້ຕອ້ງກ້າວຕໍ່ໄປ ຫວັງວ່າຊາດຫນ້າເຮົາຈະໄດ້ພົບກັນອີກ ຢູ່ກັນພ້ອມໜ້າພອ້ມຕາ ພໍ່ແມ່ລູກ. ຂອ້ຍ ບໍ່ມີຫຍັງໃຫ້ເຈົ້າ ແຕ່ເຂົາໄດ້ຝາກແມ່ ໂອນລົດໃຫ້ເຈົ້າແລ້ວ ຂໍຂອບຄຸນທີ່ອົດທົນກັບເຂົາມານານ ແສນນານນະທີ່ຮັກ ເຂົາຮັກເຈມ ນະ ສູ້ໆ ຢ່າງນອ້ຍ ຂອ້ຍກໍ່ໄດ້ລາເຈົ້າແລ້ວ ເລີກຫລິ້ນການພະນັນບານ ມັນມີແຕ່ໝົດກັບໝົດ ຕັ້ງໃຈທຳມາຫາກິນ ຢ່າງດຽວ ຕັ້ງໃຈຜ່ອນບ້ານ ບໍ່ໄດ້ຢາກຈາກໄປ ແຕ່ມັນຫ້າມກັນບໍ່ໄດ້ອີ່ຫລີ.

ຖ້າແຕ່ງງານໃຫມ່ ເອົາຮູບແຕ່ງງານຂອງເຮົາມາໄວ້ກັບແມ່ຂອ້ຍ ເພາະຜູ້ຍິງຄົນນັ້ນ ເຂົາຄົງທົນເຫັນພາບນັ້ນບໍ່ໄດ້ດອກ, ລ້ຽງມີຕັງດີໆດ້ວຍ ຢ່າໃຫ້ກິນຫລາຍ ອາບນ້ຳດ້ວຍ ຮ່າງກາຍກຈະບໍ່ເຫມັນ ແລະບອກມັນວ່າ ຂອ້ຍຄິດຮອດມັນ, ຮັກມັນ, ເລີກສູບຢາເດີ້ ເພາະປອດມັນຈະພັງ.

ຝາກມາດູແລ ແມ່ ຂອ້ຍແນ່ ຊ່ວງທຳອິດແມ່ ຄົງເຮັດໃຈບໍ່ໄດ້ ແລະເຈົ້າເອງ ກໍ່ເຊັ່ນກັນ ມາດູແລແມ່ໃຫ້ເພິ່ນກິນຢາ ແມ່ຂອ້ຍ ເປັນຫ່ວງເຈົ້າຮັກເຈົ້າຢູ່ແລ້ວ ຝາກດູແລແມ່ ຂອ້ຍ ແນ່.