Embassy of Japan in Laos ສະຖານທູດຍີ່ປຸ່ນປະຈໍາ ສປປລາວ ໄດ້ໃຫ້ຮູ້ວ່າ: ທີ່ຜ່ານມາລັດຖະບານຍີ່ປຸ່ນໄດ້ຊ່ວຍເຫຼືອຫຼາຍດ້ານໃຫ້ກັບ ສປປ ລາວ ແລະໃນໄວໆນີ້ຍີ່ປຸ່ນຈະຊ່ວຍເຫຼືອເຄື່ອງມີການແພດ ແລະວັກຊີນ Astrazeneca ເຊິ່ງເຄື່ອງທີ່ຈະສະໜອງໃຫ້ຄັ້ງນີ້ປະກອບມີ:ການນຳສົ່ງວັກຊີນປ້ອງກັນພະຍາດໂຄວິດ-19 ແລະ ການສະ
ໜອງເຄື່ອງຜະລິດອົກຊີ ພ້ອມທັງອຸປະກອນການແພດອື່ນໆຈາກປະເທດຍີ່ປຸ່ນ🇯🇵🇱🇦ລັດຖະບານຍີ່ປຸ່ນໄດ້ເຫັນດີມອບການຊ່ວຍເຫຼືອສຸກເສີນເປັນມູນຄ່າ 710,000 ໂດລາສະຫະລັດ. ການສະໜັບສະໜຸນໃນຄັ້ງນີ້ລວມມີການສະໜອງເຄື່ອງຜະລິດອົກຊິເຈນ ຈຳນວນ 100 ເຄື່ອງ, ເຄື່ອງດູດຂີ້ສະເຫຼດ 100 ເຄື່ອງ ແລະ ເຄື່ອງຕິດຕາມອາການ
ຊີວິດ 100 ເຄື່ອງໃຫ້ແກ່ ສປປ ລາວ ເພື່ອຕໍ່ສູ້ກັບການລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນ. ໃນຕົ້ນເດືອນກໍລະກົດທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ປະກາດຢ່າງເປັນທາງການວ່າຈະສົ່ງວັກຊີນອາຊຕຣາເຊເນກ້າ ທີ່ຜະລິດຢູ່ໃນຍີ່ປຸ່ນຈຳນວນ 600,000 ໂດສໃຫ້ແກ່ປະເທດລາວ ແລະວັກຊີນດັ່ງກ່າວກຳລັງຈະມາຮອດນະຄອນຫຼວງວຽງຈັນໃນໄວໆນີ້