ປະຊຸມຄັ້ງສຳຄັນກຳນົດຊຸດປະຈຳຊາດ ໃນການເຄື່ອນໄຫວວຽກງານ

0
313

ຊຸດປະຈຳຊາດ ຫຼື ການແຕ່ງກາຍປະຈຳຊາດ ເປັນການບົ່ງບອກເຖິງສັນຍາລັກຄວາມເປັນຊາດນັ້ນໆ ດ້ວຍເຫດນີ້ເພື່ອຄວາມເປັນເອກະພາບ, ຄວາມເປັນລະບຽບຮຽບຮ້ອຍຂອງພະນັກງານໃນເວລາອອກເຄື່ອນໄຫວວຽກງານຕ່າງໆທັງພາຍໃນ ແລະ ຕ່າງປະເທດ ທີ່ຈະສະທ້ອນໃຫ້ເຫັນເຖິງຄຸນຄ່າ ໃນເຄື່ອງແຕ່ງການປະຈຳຊາດລາວ ດັ່ງນັ້ນກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈຶ່ງໄດ້ມີການກຳນົດເອົາເຄື່ອງແຕ່ງກາຍ ເພື່ອຄົ້ນຄວ້າກຳນົດເຄື່ອງນຸ່ງຊຸດປະຈຳຊາດໃນການອອກເຄື່ອນໄຫວວຽກງານຕ່າງໆ.


ທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແບະ ທ່ອງທ່ຽວ, ມີບັນດາທ່ານອາດີດຮອງລັດຖະມົນຕີ ຖວທ, ພະນັກງານອາວຸໂສ ກະຊວງ ຖວທ ແລະ ສະມາຄົມຫັດຖະກຳລາວ, ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມ.

ໂດຍ ທ່ານ ນາງ ສວນສະຫວັນ ວິຍາເກດ ໄດ້ກ່າວວ່າ: ກອງປະຊຸມຂອງພວກເຮົາໃນຄັ້ງນີ້, ໄດ້ຈັດຂຶ້ນໂດຍມີຈຸດປະສົງ ເພື່ອຄົ້ນຄວ້າກຳນົດເຄື່ອງນຸ່ງຊຸດປະຈຳຊາດ ໂດຍອີງຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 498/ຫສນຍ ທີ່ໄດ້ມອບໃຫ້ກະຊວງ ຖວທ ຄົ້ນຄວ້າຢ່າງລະອຽດຮອບດ້ານ ແລະ ໃຫ້ມີການສຳມະນາວິທະຍາສາດ ທາບທາມຄຳເຫັນຈາກພາກສ່ວນຕ່າງໆ ຢ່າງກວ້າງຂວາງ.


ພ້ອມດຽວກັນນັ້ນ ເພື່ອສຶກສາຂໍ້ມູນ ຮູບແບບເຄື່ອງນຸ່ງຫົ່ມຊຸດປະຈຳຊາດຂອງຄົນລາວໂດຍພື້ນຖານ, ໂດຍອີງໃສ່ຂໍ້ກຳນົດຊຸດເຄື່ອງ ນຸ່ງສຳລັບທ່ານ ຊາຍ-ຍິງ ໃນການເຄື່ອນໄຫວງຽກງານການຕ່າງປະເທດ, ອີງຕາມຫລັກຖານທີ່ພວກເຮົາເຫັນການອອກແບບ, ການຕັດຫຍິບເຄື່ອງ ແລະ ຕາມການນິຍົມຊົມຊອບນຸ່ງຖືເຄື່ອງເຂົ້າຮ່ວມງານ ຫລື ພິທີການຕ່າງໆ ຂອງປະຊາຊົນລາວບັນດາເຜົ່າ ທີ່ໄດ້ສືບທອດຕໍ່ກັນມາຫລາຍຮຸ່ນຄົນຈົນຮອດປັດຈຸບັນ, ເພື່ອມາເປັນແບບ ຫລື ເປັນຂໍ້ມູນນຳສະເໜີ ບັນດາທ່ານຜູ້ຊົງຄຸນວຸດທິທັງຫລາຍໄດ້ຄົ້ນຄວ້າ, ຊີ້ນຳເພີ່ມຕື່ມທາງດ້ານເນື້ອໃນ, ຮູບແບບ ແລະ ໃຫ້ມີທິດສະດີ ເພື່ອເປັນບ່ອນອີງໃນຄວາມເປັນເອກະພາບໃນກອງປະຊຸມຄັ້ງນີ້

ແຕ່ງກາຍສຳລັບທ່ານ ຍິງ-ທ່ານ ຊາຍ ທີ່ນຸ່ງຫົ່ມ ສວມໃສ່ຮ່າງກາຍ ລວມເຂົ້າກັນເປັນເອກະລັກໜຶ່ງດຽວ ສ່ອງແສງໃຫ້ເຫັນເຖິງຄຸນຄ່າວັດທະນະທຳທາງດ້ານພູມປັນຍາ, ດ້ານການປະດິດຄິດສ້າງເຄື່ອງນຸ່ງຫົ່ມ, ເຄື່ອງປະດັບ, ເຊິ່ງນິຍົມນຳໃຊ້ເຂົ້າໃນການແຕ່ງກາຍສືບທອດຕໍ່ກັນມາ. ພ້ອມທັງເສີມຂະຫຍາຍຄຸນຄ່າຂອງການແຕ່ງກາຍ ທີ່ຢູ່ຄ່ຽງຄູ່ກັບປວງຊົນລາວ ມາແຕ່ອະດີດຈົນເຖິງປັດຈຸບັນ.