ວັນທີ 6 ສິງຫາ 2021 ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່ 267 ກໍລະນີ ສະຫຼຸບ ສະຖານະການລະບາດຂອງພະຍາດໂຄວິດ ຈາກຄະນະເພາະກິດ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່ 267 ຕົວຢ່າງ , ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ ຈຳນວນ : 35 ຄົນ(ເປັນກໍລະນີນຳເຂົ້າ), ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ: 78 ຄົນ ( 77 ຄົນ ເປັນກໍລະນີນຳເຂົ້າ) ( 1 ຄົນ ໃນຊຸມຊົນ), ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 74 ຄົນ ( 73 ຄົນ ເປັນກໍລະນີນຳເຂົ້າ) ( 1 ຄົນ ໃນຊຸມຊົນ), ແຂວງສາລະວັນ: 52 ຄົນ (ເປັນກໍລະນີນຳເຂົ້າ) , ແຂວງວຽງຈັນ ( 1 ຄົນ ເປັນກໍລະນີນຳເຂົ້າ), ແຂວງບໍ່ແກ້ວ ຕົ້ນເຜິ້ງ ( 8 ຄົນ ໃນຊຸມຊົນ) , ແຂວງບໍລິຄຳໄຊ: 1 ຄົນ (ເປັນກໍລະນີນຳເຂົ້າ) , ແຂວງໄຊຍະບູລີ:2 ຄົນ (ເປັນກໍລະນີນຳເຂົ້າ) , ແຂວງຫຼວງພະບາງ: 1 ຄົນ (ເປັນກໍລະນີນຳເຂົ້າ) , ແຂວງຄຳມ່ວນ: 15ຄົນ (ເປັນກໍລະນີນຳເຂົ້າ)
ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ