ເອົາແບບນີ້ໂລດ! ບ້ານໃດບໍ່ລັອກ ແຕ່ບ້ານນີ້ລັອກ ນາຄະເນາະ ເມືອງພິນ ລັອກດາວແລ້ວ ຂໍ້ມູນຈາກຜູ້ໃຊ້ເຟສບຸກຊື່ ບ່າວບຸນທະວີ ນັກສັງຄົມສົງເຄາະປະເທດລາວ ໃຫ້ຮູ້ວ່າ ບ້ານໃດບໍ່ລ໋ອກກະຢ່າ ແຕ່ບ້ານນາຄະເນາະ ເມືອງພີນ ແຂວງສະຫວັນນະເຂດ ລັອກດາວແລ້ວເດີ້ 6/8/2021 ລ໋ອກເອງໂລດ.
ເອີ້ນໄດ້ວ່າເປັນການກັນໄວ້ກ່ອນ ດີກວ່າມາແຫ້ຕາມຫຼັງຫາກເກີດມີການຕິດເຊື້ອພາຍໃນບ້ານຕົນເອງ.
ຊົມເຊີຍໃນຄວາມເອົາໃຈໃສ່ຕໍ່ມາດຕະການປ້ອງກັນພະຍາດໂຄວິດ-19 ເດີ້.
ເອົາແບບນີ້ໂລດ! ບ້ານໃດບໍ່ລັອກ ແຕ່ບ້ານນີ້ລັອກ ນາຄະເນາະ ເມືອງພິນ ລັອກດາວແລ້ວ