ສະຫວັນນະເຂດວາງເປົ້າປີນີ້ຕ້ອງສັກວັກຊິນໃຫ້ໄດ້ 50% ຂອງປະຊາກອນພາຍໃນແຂວງ

0
793

ສະຫວັນນະເຂດ ຄືທີ່ຮູ້ກັນວ່າເປັນແຂວງທີ່ໃຫຍ່ ແລະມີພົນລະເມືອງຫຼາຍ ດັ່ງນັ້ນ, ການສັກວັກຊິນປ້ອງກັນໂຄວິດ-19 ແມ່ນມີຄວາມຈຳເປັນທີ່ສຸດ ເພື່ອຫຼຸດຜ່ອນຜົນກະທົບຕໍ່ສຸຂະພາບໃນພາຍຫຼັງຫາກເກີດການຕິດເຊື້ອໂຄວິດ-19 ໃນຊຸມຊົນຂຶ້ນ.


ເຊິ່ງໃນວັນທີ 6 ສິງຫາ 2021 ຢູ່ສະຫວັນນະເຂດໄດ້ມີກອງປະຊຸມລາຍງານຄວາມຄືບໜ້າການສັກວັກຊີນຕ້ານການລະບາດຂອງພະຍາດໂຄວິດ 19 ໃຫ້ແກ່ປະຊາຊົນໃນກຸ່ມເປົ້າໝາຍທີ່ໄດ້ກຳນົດ ໂດຍການເຂົ້າຮ່ວມຂອງທ່ານ ນາງ ຫລິງທອງ ແສງຕາວັນ ຮອງເຈົ້າແຂວງ ສະຫວັນນະເຂດ ທັງເປັນຫົວໜ້າຄະນະສະເພາະກິດຕ້ານ ແລະ ຄວບຄຸມ ການແຜ່ລະບາດພະຍາດໂຄວິດ 19 ຂັ້ນແຂວງ , ທ່ານເຈົ້າເມືອງ 14 ເມືອງ ແລະ 1ນະຄອນ ແລະ ພ້ອມດ້ວຍຄະນະທີມແພດໝໍ.


ເຊິ່ງໃຫ້ຮູ້ວ່າ: ພາຍໃນແຂວງ ສະຫວັນນະເຂດມີປະຊາກອນຫຼາຍ 1ລ້ານກວ່າຄົນ, ເປົ້າໝາຍປີ 2021 ແມ່ນຈະສັກວັກຊິນໃຫ້ໄດ້ 50% ຂອງຈຳນວນປະຊາກອນ, ສຳລັບຈຸດບໍລິການການສັກວັກຊີນມີ ໂຮງໝໍ 14 ເມືອງ.
ນອກຈາກນັ້ນແລ້ວ ນະຄອນໄກສອນພົມວິຫານມີ ສູນການຄ້າສະຫວັນ ໄອເຕັກ ແລະ ວິທະຍາໄລຄູ ສ.ຂ, ,ໂຮງໝໍແຂວງ , ໂຮງໝໍທະຫານແຂວງ , ໂຮງໝໍບໍລິເວນ 109 ແລະ ໂຮງໝໍ 6 ມີຖຸນາ, ມາຮອດຂະນະນີ້ມີຈໍານວນຜູ້ທີ່ໄດ້ຮັບການສັກວັກຊີນກັນພະຍາດໂຄວິດ 19 ຊະນິດຊີໂນຟາມ ຈໍານວນ 133.200 ໂດສເຂັມ 1 ແລະເຂັມ 2 , ແອັສຕ້າ ຊີເນກ້າ 16.000 ໂດສ ເຂັມ 1 ແລະເຂັມ2, ສຳລັບ ວັກຊິນ ຈອນສັນແອນຈອນສັນ ທີ່ໄດ້ເລີ່ມບໍລິການວັນທີແຕ່ວັນທີ 26 ກໍລະກົດເຖິງ 4 ສິງຫາ 2021 ນັ້ນແມ່ນ ການສັກວັກຊີນ ດັ່ງກ່າວທີ່ໄດ້ສັກໄປແລ້ວ 143.900 ໂດສ.


ໃນກອງປະຊຸມຍັງໄດ້ມອບ – ຮັບເງີນຊ່ວຍເຫລືອເຂົ້າໃນວຽກງານເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ 19 ຈຳນວນ 100 ລ້ານກີບຈາກກຸ່ມບໍລິສັດ ດາວສະຫວັນ ລົງທຶນ ໃຫ້ກຽດຮັບໂດຍທ່ານ ນາງ ຫລິງທອງ ແສງຕາວັນ ຮອງເຈົ້າແຂວງ ໃຫ້ກຽດມອບໂດຍທ່ານ ນາງ ເພັດດາລາ ວໍລະຈິດ ຄະນະບໍລິຫານງານກຸ່ມບໍລິສັດ ດາວສະຫວັນລົງທືນພ້ອມຄະນະ.