ໜຸ່ມໂຊກຮ້າຍນາຍຈ້າງໃຈມານຕົວະໃຫ້ເຮັດວຽກແຕ່ບໍ່ໄດ້ເງິນ ຕອນນີ້ມີຄົນໃຈດີມາຊ່ວຍແລ້ວ

0
432

ເປັນອີກເລື່ອງລາວທີ່ໜ້າຊື່ນຊົມ ທີ່ຖືກນໍາມາເຜີຍແຜ່ໃນໂຊຊຽວ ເປັນເລື່ອງຂອງການຊ້ວຍເຫຼືອຄົນລາວດ້ວຍກັນ ຜູ້ຖືກນາຍຈ້າງໂກງ ເຮັດວຽກໃຫ້ແຕ່ບໍ່ໄດ້ເງິນເປັນຄ່າຕອບແທນ ຈຶ່ງຈໍາໃຈຈະກັບບ້ານເກີດເມືອງນອນ.

ຜູ້ໃຊ້ເຟສບຸກຊື່ ພົງພັດ ພົມສຸວັນ ໄດ້ໂພສພາບ ພ້ອມຂໍ້ຄວາມໄວ້ວ່າ: ນີ້ແມ່ນນ້ອງ ທີ່ໄປເຮັດວຽກຢູ່ ປາກລາຍໄດ້ 4ເດືອນ ນາຍຈ້າງບໍ່ຈ່າຍເງີນໃຫ້ ຕັດສີນໃຈຍ່າງກັບບ້ານເກີດ ທີ່ເມືອງ ຫລາ ແຂວງອູດົມໄຊ, ນ້ອງຊື່ ຄໍາຜາ ອາຍຸ19ປີ ຢູ່ບ້ານ ຕະລຸລົມ ເມືອງ ຫລາ ແຂວງອູດົມໄຊ ເປັນກໍາພ້າ ແຕ່ອາຍຸ 1ປີ ອາໃສຢູ່ກັບພໍ່ຕູ້ແມ່ຕູ້.

ປັດຈຸບັນ ນອ້ງຢູ່ສູນກັກຕົວ ຫລວງພະບາງ ວັນທີ11/8/2021 ນ້ອງຈະໄດ້ສັກຢາ vaccine ແລ້ວນ້ອງຈະກັບ ອູດົມໄຊ ພາຍໃນວັນທີ 11 ນີ້ເລີຍ ນ້ອງຈະໄດ້ຮັບຄວາມຊ່ວຍເຫລືອ ຈາກໜ່ວຍກູ້ໄພ ແລະສາວງາມໃຈດີ ຊື່ Puipui Phetsamone. ໄປສົ່ງນ້ອງຂື້ນລົດກັບອູດົມໄຊ.

ສ່ວນຂ້າພະເຈົ້າ ພົງພັດ ພົມສຸວັນ ໄດ້ຊື້ເຄື່ອງນູ່ງໃຫ້ນ້ອງ 300.000ກີບ ເພາະນ້ອງມີເຄື່ອງນູ່ງຊຸດດຽວ ແລະໃຫ້ເງີນເດີນທາງນ້ອງ 1.000 000 ກີບ, ຖ້າໃຜຢາກບໍລິຈາກຊ່ວຍນ້ອງ ຈະໄປບໍລິຈາກດ້ວຍຕົວເອງຫລື ຜ່ານທາງທີມງານເຮົາກໍ່ໄດ້ເດີ້ ທຸກກຄົນສະບາຍໃຈເດີ້ ນ້ອງມີເງີນ ຄ່າລົດກັບບ້ານແລ້ວຂອບໃຈ ທຸກຄົນທີ່ຊອ່ຍເຫລືອນ້ອງໃນຄັ້ງນີ້ ຄວາມສຸກ ຊົດຊືນ ສົມຫວັງຈົ່ງມີແກ່ທຸກໆຄົນເຖີດ.