ແຕ່ງງານ ທີ່ອາຍຸ 28-32 ປີ ດີທີ່ສຸດ ຍັງ​ບໍ່​ຮອດ​ກະ​ອົດ​ໃຈ​ກ່ອນ ຮອດ​ແລ້ວ​ກະ​ຄວນ​ແຕ່ງ​ສະ

0
586

ແຕ່ງງານ ທີ່ອາຍຸ 28-32 ປີ ດີທີ່ສຸດ ຄືຊິເຄີຍໄດ້ຍິນກັນລະເນາະວ່າຊ່ວງອາຍຸ 30 ເປັນຊ່ວງທີ່ເຫມາະສົມທີ່ຈະສ້າງຊີວິດຄູ່ທີ່ສຸດ ແຖມຍັງມີຜົນວິໄຈມາສະຫນັບສະຫນູນນຳອີກ ສະນັ້ນເຮົາມາເບິ່ງໄປພ້ອມກັນເລີຍວ່າຊ່ວງເວລານີ້ ເປັນຫຍັງຈຶ່ງເຫມາະສົມທີ່ສຸດທີ່ຈະແຕ່ງງານ

ແຕ່ງງານອາຍຸ 28-32 ປີດີທີ່ສຸດ ນິດ ວູດຟິງເກີ ນັກສັງຄົມວິທະຍາ ຈາກມະຫາວິທະຍາໄລຢູທານ ສະຫະລັດ ເຫັນວ່າ ຊ່ວງອາຍຸທີ່ເຫມາະສົມສຳຫລັບການເລີ່ມຕົ້ນຊີວິດຄູ່ຄື 28-32 ປີ ໂດຍຜູ້ວິໄຈໄດ້ນຳເອົາສຳລວດ ຄອບຄົວຊາວ ອາເມລິກັນ ມາວິເຄາະ ແລະເຫັນວ່າຄູ່ແຕ່ງງານທີ່ຢູ່ໃນຊ່ວງໄວນີ້ມີອັດຕາການຫຍ່າຮ້າງຕໍ່າກວ່າ ຜູ້ທີ່ແຕ່ງດອງໃນຊ່ວງໄວອື່ນໆ

ໂດຍສະເພາະໃນຊ່ວງ5ປີທຳອິດ ພາຍຫລັງຈາກແຕ່ງງານ ມີອັດຕາການຫຍ່າຮ້າງຕໍ່າຫລາຍ ເຫດຜົນທີ່ຄວນແຕ່ງງານອາຍຸ 28-32 ປີ ເຂົ້າໃຈຄວາມຮູ້ສຶກທີ່ແທ້ຈິງ ໃນໄວນີ້ໃຫຍ່ພໍແລ້ວ ທີ່ຈະຮູ້ແຍກແຍະຄວາມຮູ້ສຶກຂອງຕົວເອງໄດ້ ວ່າມັນບໍ່ແມ່ນອາລົມທາງເພດທີ່ພາໄປ ມີຄວາມຮັບຜິດຊອບຫລາຍຂຶ້ນ ຖ້າພວກເຂົາໄດ້ເລືອກເສັ້ນທາງຊີວິດທີຕົວເອງຕ້ອງການແລ້ວ, ມີຄວາມຮັບຜິດຊອບຕໍ່ເລື່ອງຕ່າງໆ

ແລະ ມີຄວາມຫມັ້ນຄົງທາງດ້ານການເງິນໃນລະດັບຫນຶ່ງ ປັບໂຕເຂົ້າຫາກັນໄດ້ ປັບໂຕເຂົ້າຫາກັນໄດ້ ຍັງບໍ່ສາຍເກີນໄປທີ່ຈະປັບໂຕ ປັບນິໄສ ປັບຮູບແບບ ການໃຊ້ຊີວິດປະຈຳວັນ ໃຫ້ເຂົ້າກັບອີກຝ່າຍຫນຶ່ງ ເຊິ່ງເປັນສິ່ງທີ່ສຳຄັນໃນການໃຊ້ຊີວິດຄູ່.

ຂອບໃຈຂໍ້ມູນຈາກ clean_lovely