ປະໂຫຍດຂອງຜັກແປ້ງນົວ ຫຼື ໃບຊາຢາ (chaya)
– ຊ່ວຍຮັກສາໂລກຫອບຫືດ
– ເພີ່ມລະດັບແຄລຊ້ຽມໃນຮ່າງກາຍ
– ຮັກສາ ແລະ ປ້ອງກັນໂລກເລືອດຈາງ
– ຄວບຄຸມນໍ້າຕານໃນເລືອດ ແລະ ຄວບຄຸມລະດັບນຳ້ຕານໃຫ້ຜູ້ປ່ວຍເບົາຫວານ
– ປ້ອງກັນອາການເຈັບຫົວ
– ປັບປຸງການເຮັດວຽກຂອງສະໝອງ ແລະ ສາຍຕາ
– ປ້ອງກັນໂລກລິດສີດວງທະວານ
– ລ້າງພິດໃນຕັບ
– ຮັກສາອາການເຈັບຄໍ ແລະຕິດເຊື້ອທີ່ລໍາຄໍ
– ປັບສົມດຸນຂອງລະບົບການເຜົາຜານ
– ປ້ອງກັນເສັ້ນເລືອດຂອດ
– ຮັກສາໂລກກະດູກພ່ອຍ
– ຊ່ວຍພັດທະນາການຈະເລີນເຕີບໂຕໃຫ້ກັບເດັກ
– ຫຼຸດລະດັບຂອງກົດຢູລິກໃນເລືອດ ແລະ ຄວບຄຸມລະດັບຄໍເລດຕໍລໍ
ພືດຊະນິດນີ້ມີປະໂຫຍດຢ່າງຫຼວງຫຼາຍ ແລະ ສາມາດຮັກສາໂລກໄດ້ເກືອບທຸກປະເພດ ສາມາດເພີ່ມພືດຊະນິດນີ້ລົງໃນແກງ ຫຼື ໃຊ້ເປັນຊາສໍາລັບດື່ມ ແຕ່ບໍ່ຄວນບໍລິໂພກແບບສົດ
+ ສ່ວນປະສົມທີ່ຈໍາເປັນ
1. ໃບແປ້ງນົວ 6 ໃບ
2. ນໍ້າ 2 ຖ້ວຍ
+ ວິທີເຮັດ:
ນໍານໍ້າໄປຕົ້ມ ແລະ ໃສ່ໃບແປ້ງນົວລົງໄປ ຂ້ຽວປະໄວ້ປະມານ 10 ນາທີ ພຽງເທົ່ານີ້ຊາມະຫັດສະຈັນກໍ່ສາມາດດື່ມໄດ້ແລ້ວ ເພື່ອໃຫ້ໄດ້ຜົນຮັບທີ່ດີທີ່ສຸດຄວນດື່ມຊາ 1 ຈອກວັນລະ 3 ຄັ້ງກ່ອນອາຫານ ນອກຈາກນີ້ຍັງສາມາດເພີ່ມໃບແປ້ງນົວ ລົງໃນຈານສະລັດຄຣີມ ແລະ ຊຸບໄດ້ອີກເຊັ່ນກັນ
– ຜັກແປ້ງນົວເປັນແຫຼ່ງທີ່ດີຂອງໂປຼຕີນ ,ວິຕາມິນ,ແຄລຊ້ຽມ ,ໂພແທສຊ້ຽມ ເຫຼັກ ແລະຍັງເປັນແຫຼ່ງທີ່ອຸດົມສົມບູນຂອງສານຕ້ານອານຸມູນອິດສະຫຼະ ທີ່ຈິງແລ້ວໃບແປ້ງນົວຍັງມີລະດັບສານອາຫານສູງກວ່າຜັກໃບຂຽວຊະນິດໃດໆ ທີ່ປູກເຖິງດິນເຖິງ 2-3 ເທົ່າອີກດ້ວຍ
– ຢ່າງໃດກໍ່ຕາມ ຜັກແປ້ງນົວດິບຍັງມີພິດເນື່ອງຈາກມີສານກລູໂຄໄຊເຊິ່ງປົດປ່ອຍສານພິດຈໍາພວກໄຊຍາໄນອອກມາ ຈຶ່ງຈໍາເປັນຕ້ອງເຮັດໃຫ້ສຸກກ່ອນກິນ ໂດຍໃຊ້ເວລາປະມານ 15 ນາທີໃນການເຮັດໃຫ້ສຸກເພື່ອລິດຂອງສານທີ່ເປັນພິດໃຫ້ຢູ່ໃນລະດັບທີ່ປອດໄພ
– ການຕົ້ມໃນພາຊະນະອາລູມີນຽມອາດຈະເຮັດໃຫ້ນໍ້າຕົ້ມເປັນພິດ ແລະ ກໍ່ໃຫ້ເກີດອາການຖອກທ້ອງໄດ້
– ຜັກແປ້ງນົວ ສາມາດນໍາໄປປຸງອາຫານໄດ້ຫຼາຍຢ່າງ ວິທີປັບປຸງດັ້ງເດີມຢ່າງໜຶ່ງໃນແມັກຊິໂກແລະ ອາເມລິກາກາງຈະນໍາໃບໄປແຊ່ນໍ້າແລະ ຕົ້ມໄຟອ່ອນປະມານ 20 ນາທີ ຈາກນັ້ນເສີບກັບນໍ້າມັນ ຫຼື ເນີຍ ນອກຈາກນີ້ຍັງມີການນໍາໄປຊອຍ ແລະ
ເຮັດໃຫ້ສຸກແລ້ວນໍາໄປກິນກັບເຂົ້າກໍ່ໄດ້ , ນວດປະສົມກັບມັນຝຣັ່ງບົດແລ້ວທອດ, ປະສົມກັບໝາກເລັ່ນ ຫົວຜັກບົວໃຫຍ່ ຜັກຫອມປ້ອມ ແລະ ເຮັດເປັນແຈ່ວ ແລະ ນໍາໄປປຸງອາຫານອື່ນໆ